ຫວຽດນາມເປັນເຈົ້າພາບ ຈັດເວທີປາໄສຂັ້ນສູງ ITC ອາຊີ-ປາຊີຟິກ 2014


ຫວຽດນາມເປັນເຈົ້າພາບ ຈັດເວທີປາໄສຂັ້ນສູງ ITC ອາຊີ-ປາຊີຟິກ 2014 - ảnh 1

ການ​ປະຊຸມ​ຂ່າວ​ປະກາດ​ຫວຽດນາມ​

ເປັນ​ເຈົ້າພາບ​ຈັດ ASOCIO ITC Summit 2014

(ພາບ: http://dantri.com.vn)

(vovworld)- ຕອນ​ເວທີ​ປາ​ໄສ​ຂັ້ນສູງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານອາຊີ-​ປາຊີ​ຟິກປີ 2014 (ASOCIO ITC Summit 2014) ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 27-30/10/2014 ຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າວັນ​ທີ 8/5 ຢູ່​ຮ່າ​ໂນ້ຍ, ທ່ານ​ເຈືອງ​ຢາ​ບິ່ງ, ປະທານ​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຫວຽດນາມ (VINASA) ​ໃຫ້​ຮູ້​ວ່າ: ASOCIO ITC Summit 2014 ​​ໄດ້ຖືກຕັ້ງຄວາມ​ຫວັງ​ວ່າ​ຈະ​ນຳ​ມາ​ບັນດາ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ການ​ພັດ​ທະນາເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​, ​ເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ ກໍ່​ຄື​ສ້າງ​ຄວາມ​ປະ​ທັບ​ໃຈ​ໃໝ່​ຂອງ​ຫວຽດນາມ ​ໃນ​ຂະ​ແໜງເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​​ພາກ​ພື້ນ ​ແລະ ​ໂລກ. ຄາດ​ວ່າ​, ຈະ​ມີ​ຜູ້​ແທນ​ກ່ວາ 700 ຄົນ, ​ໃນ​ນັ້ນມີ​ຜູ້​ແທນ​ຕ່າງປະ​ເທດ​ກ່ວາ 250 ຄົນ​ທີ່​ມາ​ຈາກ 30 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຈະ​ເຂົ້າຮ່ວມ ASOCIO ITC Summit 2014. ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນຕໍ່​ຂອງ​ເວທີ​ປາ​ໄສ​ລວມມີ: ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ລົງ​ເລິກ, ງານ​ວາງສະ​ແດງ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຈອດ​ການ​ດຳ​ເນີນ​ທຸລະ​ກິດ, ວັນ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານຍີ່ປຸ່ນ…../.

 

ຂ່າວ/ບົດ​ອື່ນ