ຫວຽດນາມເພີ່ມທະວີການຮ່ວມມືກັບWTOເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ

ຫວຽດນາມເພີ່ມທະວີການຮ່ວມມືກັບWTOເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫງວູວັນນີງ ແລະ ທ່ານ
ເລຂາທິການ​ໃຫຍ່ UNCTAD Mukhisa Kituyi
(ພາບ: ThanhChung/VGP)

(vovworld) – ​​​ ​ ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ເອີ​ລົບ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ອົງ​ການ​ເສດຖະກິດ​ຂອງ​ໂລກ ​ແລະ ພາກ​ພື້ນ, ວັນ​ທີ 14/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ລະຫວ່າງ​ຂະ​ແໜງ​​ຮ່ວມ​ມືສາກົນ​ກ່ຽວ​ກັບ​ເສດຖະກິດ​ຂອງ ຫວຽດນາມ, ​ໄດ້ພົບ​ປະກັບ​ຜູ້ອຳນວຍການ​ໃຫຍ່​ອົງການ​ການ​ຄ້າ​ໂລກ (WTO), ​ເລຂາທິການ​ໃຫຍ່​ເວທີ​ປາ​ໄສ​ການ​ຄ້າ ​ແລະ ພັດທະນາ​ສະຫະ​ປະຊາ​ຊາດ (UNCTAD) ​ແລະ ການ​ນຳ​ສູນ​​ໃຫ້​ຄຳປຶກສາ​​ກົດໝາຍ​ສາກົນຂອງ WTO (ACWL).

        ທີ່​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ UNCTAD Mukhisa Kituyi, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ, ການວາງ​ແຜນ​ນະ​ໂຍບາຍ, ການ​ລົງທຶນ​ດ້ານການ​ຄ້າ; ​ເຈລະຈາ WTO, ຄຸ້ມ​ຄອງ​ດ້ານ​ການ​ເງິນ, ບຳລຸງ​ສ້າງ​ພະນັກ​ງານ. ທ່ານ Mukhisa Kituyi ຢືນຢັນ​ວ່າ: UNCTAD ຈະ​ສື​ບຕໍ່​ສົມທົບ​ກັບ ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ຕອບ​ສະໜອງ​ຄວາມ​ສົນ​ໃຈ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງການ​ພັດທະນາ​ຂອງ ຫວຽດນາມ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່ WTO ​ແລະ ການ​ນຳ​ສູນ​​ໃຫ້​ຄຳປຶກສາ​ກົດ​ໝາຍ​ສາກົນ WTO (ACWL), ຜູ້ອຳນວຍການ​ໃຫຍ່ທ່ານ Roberto Azevedo ຢືນຢັນ​ ພ້ອມ​ແລ້ວ​ທີ່ຈະ​ໜູນ​ຊ່ວຍ ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ສະມາຊິກ ​ແລະ ພື້ນຖານ​ເສດຖະກິດ​ທົ່ວ​ໂລກ.

        ທີ່​ການ​ພົບ​ປະ​ກັບ​ຮອງຜູ້​ອຳນວຍ​ການ ACWL, ທະນາຍຄວາມ Cherise M. Valles ​ແລະ Leo Palma, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຫວັງ​ວ່າ: ACWL ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ສະໜອງ​ບັນດາ​ການ​ບໍລິການນິຕິ​ກຳ, ຊ່ວຍ​ໃຫ້ບັນດາ​ພະນັກງານ​ນິຕິ​ກຳຂອງ ຫວຽດນາມ ​ເຊື່ອ​ໝັ້ນ​ຕົນ​ເອງ​ກ່ວາ ​ໃນ​ການ​ເຂົ້າ​ໃຈ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄ້າ​ສາກົນ ​ແລະ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ກັນໃນ​ຂອບ​ເຂດ WTO.

        ​ແລະ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​​ໄດ້​​ຢ້ຽ​ມຢາມ ​ແລະ ​ໂອ້​ລົມ​ກັບ​ຄະນະ​ປະຕິບັດ​ງານ ຫວຽດນາມ ປະຈຳ ​​ເຊີ​ແນວ ປະ​ເທດ ສະ​ວິດ.

 

 

ຂ່າວ/ບົດ​ອື່ນ