ຫວຽດນາມເພີ່ມທະວີການຮ່ວມມືກ່ຽວກັບວຽກງານໄອຍະການກັບລາວແລະຈີນ

(vovworld) – ​ ​​​ໃນ​ຂອບ​ເຂດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຫົ​ວ​ໜ້າ​ອົງ​ການ​ໄອ​ຍະ​ການ ບັນ​ດາ​ປະ​ເທດ ອາ​ຊຽນ - ຈີນ ຄັ້ງ​ທີ 10 ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ຕອນ​ບ່າຍ​ວັນ​ທີ 8/11, ຄະ​ນະ​ຜູ້​ແທນ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ໂດຍ​ທ່ານ ເລ​ມີງ​ຈີ໋, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ ເປັນ​ຫົວ​ໜ້າ​ຄະ​ນະໄດ້ມີ​ການ​ພົບ​ປະ​ 2 ຝ່າຍ​ກັບ​ທ່ານ ຄຳ​ສອນ ສຸ​ວົງ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການປະ​ຊາ​ຊົນ​ສູງ​ສຸດ​ລາວ ແລະ ທ່ານ ຖາວ​ຈຽ​ນ​ໝິນ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດຈີນ. ທີ່​ການ​ເຮັດ​ວຽກ​ກັບ ທ່ານ ຄຳ​ສອນ ສຸ​ວົງ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​​ປະ​ຊາ​ຊົນ​ສູງ​ສຸດ​ລາວ, 2 ຝ່າຍ​ໄດ້​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງ​ການ​ໄອ​ຍະ​ການ​ໃນ​ໄລ​ຍະ​ຜ່ານ​ມາ, ຢືນ​ຢັນວ່າ: ນັບ​ແຕ່​ເມື່ອ 2 ຝ່າຍ​ເຊັນ​ຂໍ​້​ຕົກ​ລົງ​ຮ່ວມ​ມື​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ 1997 ມາ​ຮອ​ດ​ປະ​ຈຸ​ບັນ, ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງ​ການ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

       ທີ່​ການ​ຕ້ອນ​ຮັບ ທ່ານ ຖາວ​ຈຽ​ນ​ໝິນ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ສູງ​ສຸດຈີນ, 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມມ​ື ທີ່​ໄດ້​ເຊັນ​ກັນ​ແລ້ວຢ່າງ​ມີ​ປະ​ສິດ​ທິ​ຜົນ, ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ໄປ​ມາ​ຢ້ຽມ​ຢາມ, ເຮັດ​ວຽກ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ໄອ​ຍະ​ການ.


ຂ່າວ/ບົດ​ອື່ນ