ຫວຽດນາມເພີ່ມທະວີແລະປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ

ຫວຽດນາມເພີ່ມທະວີແລະປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ແລະ
​ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ)

(vovworld) –​​​ ​ ​ຫວຽດນາມ​ ເພີ່ມ​ທະວີ​ ແລະ​ ປັບປຸງ​ການ​ພົ​ວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ ຈີນ” ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ການ​ເຈລະຈາ​ກັບ​ທ່ານ​ເລຂາທິການ​​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 06/11 ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: ​ໃນ​ສະພາວະ​ສະພາບ​ການ​ສາກົນ​ປະຈຸ​ບັນ​ພວມ​ຜັນ​ແປ​ຢ່າງ​ສັບສົນ, 2 ປະ​ເທດ​ຄວນ​ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ, ພ້ອມ​ກັນ​ປັບປຸງ​ນ້ຳ​ໃຈມິດຕະພາບ​ການ​ຮ່ວມ​ມື, ປະກອບສ່ວນຢ່າງ​ແທດ​ຈິງ​ເຂົ້າ​​ໃນການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ​ໂລກ​.

        ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ 2 ຝ່າຍ​ເພີ່ມ​ທະວີ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກຍູ້​ການ​ຮ່ວມ​ມື, ຕັ້ງ​ໜ້າ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ບັນຫາ​ທີ່ຍັງ​ຄົງ​ຄ້າງສົມ​ເຫດ​ສົມ​ຜົນ. ຄວາມ​ບໍ່​ລົງ​ລອຍ​ລະຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຄວາມ​ຈິງ, ​ແຕ່​ວ່າ ສິ່ງສຳຄັນ​ທີ່​ສຸດນັ້ນ​ແມ່ນ 2 ຝ່າຍ​ຕ້ອງ​ເຄົາລົບ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ກັນ, ຄວບ​ຄຸມ​ສະພາບ​ການ​ໃຫ້​ດີ, ຕ້ອງ​ປະຕິບັດ​ບັນດາ​ຂໍ້ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ຢ່າງ​ເຂັ້ມ​ງວດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ເນັ້ນ​ໜັກ​ວ່າ: 2 ປະ​ເທດ​ຄວນ​ຜ່ານ​ການ​ເຈລະຈາ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ່ງ​ໃຫ້​ສົມ​ເຫດ​ສົມ​ຜົນ, ບໍ່​​ໃຫ້​ເກີດ​ການ​ກະທຳ​ເຮັດ​ໃຫ້​ສະພາບ​ການສັບສົນຂຶ້ນ​ຕື່ມ ​ແລະ ​ເປີດ​ກ້ວາງການ​ຂັດ​ແຍ້​ງກັນ, ບໍ່​ໄປ​ຕາມຈຸດໝາຍ​ນຳ​ໃຊ້​ການ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຮັບປະກັນ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ທາງ​ອາກາດ ​ແລະ ບັນດາ​ການ​ເຄື່ອ​ນ​ໄຫວ​ການ​ປະມົງ​ເປັນ​ປົກ​ກະ​ຕິຂອງ​ຊາວ​ປະມົງ, ພ້ອມ​ກັນ​ກໍ່ສ້າງ ​ແລະ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິ​ພາບ, ສະຖຽນ​ລະ​ພາບ ຮັບ​ໃຊ້​ຈຸດໝາຍ​ພັດທະນາ​ທັງ 2 ປະ​ເທດ ​ແລະ ​ໃນ​ພາກ​ພື້ນ. 2 ຝ່າຍ​ສາມາດ​ຜັນ​ຂະຫຍາຍ​ຊຸກຍູ້​ບັນດາ​ຂົງ​ເຂດ, ​ໂຄງການ​ຮ່ວມ​ມື​ບົນ​ທະ​ເລ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ.

        ສ່ວນ​ທ່ານ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຢືນຢັນ​ວ່າ: ​ເລື່ອງ​ປົກ​ປັກ​ຮັກສາ​ການ​ພົວພັນ ຈີນ - ຫວຽດນາມ ພັດທະນາ​ປອດ​ໃສ​ເປັນ​ປົກກະຕິ, ​​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ການ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ສຸດ​ສຳລັບ​ການ​ພັດທະ​ນາ​ຂອງ​ແຕ່ລະ​ປະ​ເທດ, ​ເໝາະ​ສົມ​ກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ 2 ປະ​ເທດ, ມີ​ປະ​ໂຫຍ​ດ​ໃຫ້​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຖື​ວ່າ: ການ​ພົວພັນ ຈີນ - ຫວຽດນາມ ພວມ​ຢືນ​ຢູ່​ຕໍ່ໜ້າກາລະ​ໂອກາດ​ພັດທະນາ​ໃໝ່, 2 ຝ່າຍ​ຄວນ​ປັບປຸງ​ມູນ​ເຊື້ອ​ມິດຕະພາບ, ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ​ເປີດ​ກ້ວາງ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ, ທ່ານ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຖື​ວ່າ: 2 ຝ່າຍ​ຕ້ອງ​ມານະ​ພະຍາຍາມ​ຄວບ​ຄຸມ​ບັນດາ​ຄວາມ​ບໍ່​ລົງ​ລອຍ ​ໂດຍ​ຜ່ານ​ການ​ເຈລະຈາ ​ເພື່​ອຮັກສາ​ສັນຕິພາບ, ສະຖຽນລະ​ພາບ​ບົນ​ທະ​ເລ.

 

 

 

ຂ່າວ/ບົດ​ອື່ນ