ຫວຽດນາມ-ແດນສະຫວັນຂອງການທ່ອງທ່ຽວທະເລ,ໝູ່ເກາະ
ງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ ປີ 2016
(ພາບ: baoxaydung)
(vovworld) - ຫວຽດນາມ-ແດນສະຫວັນຂອງການທ່ອງທ່ຽວທະເລ, ໝູ່ເກາະ, ນີ້ແມ່ນຫົວຂໍ້ຂອງງານຕະຫຼາດນັດການທ່ອງທ່ຽວສາກົນຫວຽດນາມ ປີ 2016 (VITM), ຖືກໄຂຂຶ້ນໃນຕອນຄໍ່່າວັນທີ 13/04, ຢູ່ຮ່າໂນ້ຍ. VITM 2016 ໄດ້ຮັບການຈັດຕັ້ງເພື່ອແນໃສ່ຍູ້ແຮງການດຶງດູດແຂກທ່ອງທ່ຽວສາກົນມາທ່ອງທ່ຽວຢູ່ຫວຽດນາມ; ທັງແມ່ນເວທີປາໄສວິຊາສະເພາະເພື່ອໃຫ້ບັນດາວິສາຫະກິດພົບປະ, ແລກປ່ຽນ ແລະ ເຊື່ອມຕໍ່ການຮ່ວມມືດຳເນີນທຸລະກິດນຳກັນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ຽວ ຫງວຽນງອກທ້ຽນ, ໃຫ້ຮູ້ວ່າ.
“ດ້ວຍຫົວຂໍ້ ຫວຽດນາມ-ແດນສະຫວັນຂອງການທ່ອງທ່ຽວທະເລ, ໝູ່ເກາະ, ງານຕະຫຼາດນັດຄັ້ງນີ້ໄດ້ສຸມໃສ່ໂຄສະນາການທ່ອງທ່ຽວທະເລ, ໝູ່ເກາະ ເພື່ອປະກອບສ່ວນຍົກສູງສິ່ງທີ່ເປັນເອກະລັກສະເພາະ ແລະ ລັກສະນະແກ່ງແຍ້ງຂອງການທ່ອງທ່ຽວຫວຽດນາມ, ປະກອບສ່ວນດຶງດູດແຂກທ່ອງທ່ຽວມາຫວຽດນາມ ໃຫ້ຫຼາຍກວ່າອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ, ງານຕະຫຼາດນັດຈະເປັນການຢືນຢັນວ່າເຫດການທ່ອງທ່ຽວທີ່ມີອິດທິພົນບໍ່ພຽງແຕ່ຂອງຫວຽດນາມເທົ່ານັ້ນ ຫາກຍັງກາຍເປັນເຫດການລະດັບພາກພື້ນ ແລະ ສາກົນອີກດ້ວຍ”.
ງານຕະຫຼາດນັດຄັ້ງນີ້ໄດ້ດຶງດູດ 25 ວິສາຫະກິດທີ່ມາຈາກ 25 ປະເທດ ແລະ ເຂດແຄ້ວນຄືສ.ເກົາຫຼີ, ໄທ, ຍີ່ປຸ່ນ, ຫວຽດນາມ… ເຂົ້າຮ່ວມ ແລະ ຖືກດຳເນີນໃນລະຫວ່າງວັນທີ 14 – 17/04.