ຫວຽດນາມແມ່ນປະເທດສະໜອງທຶນ ສຶກສາໃຫ້ລາວຫຼາຍກ່ວາໝູ່

(vovworld)- ກະຊວງ​ສຶກສາ​ທິການ ​ແລະ ກິລາ​ລາວ ​ໃຫ້​ຮູ້​ວ່າ: ປີ​ນີ້, ຫວຽດນາມ ​ໄດ້​ສະໜອງ​ທຶນ​ສຶກສາ​ໃຫ້​ນັກຮຽນ​ລາວ 750 ຄົນ. ດ້ວຍ​ຕົວ​ເລກ​ດັ່ງກ່າວ, ຫວຽດນາມ ກາຍ​ເປັນ​ປະ​ເທດ​ສະໜອງ​ທຶນ​ສຶກສາ​ໃຫ້​ລາວ​ຫຼາຍ​ກ່ວາ​ໝູ່. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ຍົກ​ສູງ​ຄຸນະ​ພາບ​ການ​ບຳລຸງ​ສ້າງ. ສອງ​ລັດຖະບານ​​ໄດ້​ເຊັນສັນຍາ​ກ່ຽວ​ກັບ​ທຶນ​ສຶກສາ​ຄືນ​ໃໝ່, ​ໃຫ້​ບຸລິມະສິດ​ແກ່​ການ​ບຳລຸງ​ສ້າງຄູ​ອາຈານ ​ແນ່​ໃສ່​ຮັບປະກັນ​ໃຫ້​ລາວ ຈະ​ນັບ​ມື້​ນັບ​ມີ​ຄູ​ສອນ​ມະຫາວິທະຍາ​ໄລ ​ແລະ ວິທະຍາ​ໄລ​​ຫຼາຍ​ຄົນ​ທີ່​ມີ​ລະດັບ​ຄວາມ​ຮູ້​ສູງ. ທຶນ​ສຶກສາ​ໂດຍ​ຫວຽດນາມ ສະຫງວນ​ໃຫ້​ແກ່​ລາວ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ກໍ່​ຄື​ຄຸນ​ນະພາ​ບການ​ສຶກສາລາ​ວ.

 

ຂ່າວ/ບົດ​ອື່ນ