ຫວຽດນາມແລະລາວເປີດດ່ານຊາຍແດນສຳຮອງດ້ຽນບຽນ-ຜົ້ງສາລີ

ຫວຽດນາມແລະລາວເປີດດ່ານຊາຍແດນສຳຮອງດ້ຽນບຽນ-ຜົ້ງສາລີ - ảnh 1
(2 ຝ່າຍ​ຈະ​ເປີດ​ຄູ​່ດ່ານ​ຊາຍ​​ແດນສຳຮອງ)

(vovworld) – ຕາມ​ຄຳ​ໝັ້ນ​ສັນຍາ​ລະຫວ່າ​ງການ​ນຳ​​ແຂວງ​ດ້ຽນບຽນ (ຫວຽດນາມ) ​ແລະ ການ​ນຳ​​ແຂວງ ຜົ້ງສາລີ (ລາວ) ທີ່ລົງ​ນາ​ມ​ໃນ​ວັນ​ທີ 18/08 ​ແລ້ວ, 2 ຝ່າຍ​ຈະ​ເປີດ​ຄູ​່ດ່ານ​ຊາຍ​​ແດນສຳຮອງ ນ່າບຸງ (ດຽນບຽນ, ຫວຽດນາມ) ​ແລະ ລາວ​ຟູ​ຈາ​ຍ (ຜົ້ງ​ສາລີ, ລາວ). ການ​ນຳ​ທ້ອງ​ຖິ່ນ​ໄດ້​ຕີ​ລາຄາ​ວ່າ ​ເລື່ອງ​ເປີ​ດດ່ານ​ຊາຍ​ແດນ​ສຳຮອງ ນ່າບຸງ - ລາວ​ຟູ​ຈາ​ຍ ​ເພື່ອ​ຮັບປະກັນ​ບັນດາ​ເງື່ອນ​ໄຂ​​ດ້ານເສດຖະກິດ, ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຄົມມະນາຄົມ​ຂົນ​ສົ່ງ; ຂໍ້​ກຳນົດ​ຂອງ​ສັນຍາ​ຄຸ້ມ​ຄອງ​ຊາຍ​ແດນ​ແຫ່ງ​ຊາດ​ລະຫວ່າງ​ຫວຽດນາມ - ລາວ. 2 ຝ່າຍ​ກໍ​​ເຫັນ​ດີນຳ​ກັນຖື​ວ່າ ​ເລື່ອງ​ເປີດດ່າ​ນຊາຍ​ແດນ​ສຳຮອງ ນ່າບຸງ - ລາວ​ຟູ​ຈາ​ຍ ​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ, ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນຢູ່ 2 ​ເຂດຊາຍ​ແດນ​ໃນ​ການ​ແລກປ່ຽນ​ສິນຄ້າ, ພັດທະນາ​ເສດຖະກິດ, ສັງຄົມ. ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ເຂ​ດຊາຍ​ແດນ​ຂອງ​ແຕ່ລະ​ປະ​ເທດ, ​ເໝາະ​ສົມ​ກັບ​ແນວທາງ​ຂ​ອງພັກ, ນະ​ໂຍບາຍ​ກົດໝາຍ​ຂອງ 2 ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ດ​້ານ​ເສດຖະກິດ​​ເຂົ້າ​ກັບ​ພາກ​ພື້ນ​ອາ​ຊຽນ ​ແລະ ສາກົນ.

ຂ່າວ/ບົດ​ອື່ນ