ຫວຽດນາມແລະລາວແລກປ່ຽນການຮ່ວມມືກ່ຽວກັບວຽກງານກົດໝາຍ

ຫວຽດນາມແລະລາວແລກປ່ຽນການຮ່ວມມືກ່ຽວກັບວຽກງານກົດໝາຍ - ảnh 1
ພາບ​ປະ​ກອບ

ຫວຽດ​ນາມ​ແລະ​ລາວ​ເພີ່ມ​ທະ​ວີ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການ​ນຳ​ແລະ​ຄຸ້ມ​ຄອງ

(vovworld)-​ ວັນ​ທີ 9/12 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ສາດ​ສະ​ດາ​ຈານ ດ​ຣ ຕ້າ​ງອກ​ເຕີນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ແລະ ຮອງ​ສາດ​ສະ​ດາ​ຈານ ດ​ຣ ທອງ​ສະ​ລິດ ມັງ​ນໍ່​ເມກ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ ກ່ຽວ​ກັບ “ທັດ​ສະ​ນະ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ​ການນ​ຳ ແລະ ຄຸ້ມ​ຄອງ​ໄລ​ຍະ​ປະ​ຈຸ​ບັນ.” ກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ຢືນ​ຢັນ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ບຳ​ລຸງ​ສ້າງ​ພະ​ນັກ​ງານ ແລະ ເນັ້​ນ​ຫນັກ​ວ່າ ວຽກ​ງານນີ້​ຕ້ອງ​ປະ​ຕິ​ບັດ​ເປັນ​ປະ​ຈຳ ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ພາຍ​ພາກ​ຫນ້າ ແລະ ຍ​າວ​ນານ​ໃຫ້​ແກ່​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ແຕ່​ລະ​ປະ​ເທດ ກໍ​ຄື ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ ແລະ ລາວ.

 ກ່ອນ​ຫນ້ານັ້ນ, ​​ວັນ​ທີ 8/12, ຫ້ອງ​ວ່າການ​ສະ​ພາ​ແຫ່ງ​ຊາດ ລາວ ໄດ້​ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ “ຍົກ​ສູງ​ທັກ​ສະ​ໄຈ​້​ແຍກ​ນະ​ໂຍ​ບາຍ​ສຳ​ລັບ​ຮ່າງ​ກົດ​ໝາຍ”. ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ມີ​ການ​ນຳ​ສະ​ພາ​ແຫ່ງ​ຊາດ ລາວ, ຜູ້​ຕ​າງ​ໜ້າ​ບາງ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫ້ອງ​ວ່າ​ການ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ລາວ ແລະ ຫວຽດ​ນາມ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົ​ມ​ໄດ້​ແລກ​ປ່ຽນ​ບັນ​ດາ​ບົດ​ຮຽນ​ສຳ​ຄັນ​ຄື: ໄຈ້​ແຍກ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ເວົ້າ​ລວມ, ໄຈ້​ແຍກ​ຜົນ​ກະ​ທົບ, ຜົນ​ສະ​ທ້ອນ​ຂອງ​ນະ​ໂຍ​ບາຍ​ໃນ​ຮ່າງ​ກົດ​ໝາຍ, ໄຈ້​ແຍກ​ກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ເສດ​ຖະ​ກິດ​ຂອງ​ນະ​ໂຍ​ບາຍກໍ່​ສ້າງ​ຮ່າງ​ກົດ​ໝາຍ ແລະ ວິ​ທີ​ປະ​ຕິ​ບັດ​ຕົວ​ຈິງ. ເລື່ອງ​ຈັດ​ຕັ້ງ​ການ​ຝຶກ​ອົ​ບ​ຮົມ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ທັກ​ສະ​ໃຫ້​ບັນ​ດາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເພື່​ອ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ ລາວ​ຊຸດ​ທີ 7 ​ທີ່ໄຂ​ຂຶ້ນ​ໃນ​ວັນ​ທີ 9/12. ພ້ອມ​ທັງ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍ​າຍ​​ເອ​ກະ​ສານ​ບັນ​ທຶກ​ການ​ຮ່ວມ​ມື​ລະ​ຫວ່າງ​​ຫ້ອງ​​ວ່າການສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຫວຽດ​ນາມ - ລາວ ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ.

ຂ່າວ/ບົດ​ອື່ນ