ຫວຽດນາມແລະອີຢູສິ້ນສຸດການເຈລະຈາສັນຍາFTAຢ່າງເປັນທາງການ


ຫວຽດນາມແລະອີຢູສິ້ນສຸດການເຈລະຈາສັນຍາFTAຢ່າງເປັນທາງການ - ảnh 1
ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ປະ​ທານ EC Jean Claude Juncker ໄດ້​ເປັນ​ສັກ​ຂີພິ​ຍານ ພິ​ທີ​ລົງ​ນາມ ​FTA

(vovworld)-  ​ ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ແບນ​ຊິກ​ແລະ ສະ​ຫະ​ພາບ​ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ, ວັນ​ທີ 2/12, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ປະ​ທານ ຄະ​ນະ​ກຳ​ມະ​ການ​ເອີ​ລົບ(EC) Jean Claude Juncker, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ພະ​ລັງ​ງານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ກໍ​ຄື​ບັນ​ຫາ​ສາ​ກົນ​ ແລະ ພາກ​ພື້ນຈຳ​ນວນ​ຫນຶ່ງ ຊື່ງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕີ​ລາ​ຄາ​ສູງ​ ​ການ​ຮ່ວມ​ມື​ພັດ​ທະ​ນາ​ຂອງ EU ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ແລະ ເລື່ອງ EU ເພີ່ມ​ການ​ຊ່ວຍ​ເຫລືອ​​ຫວຽດ​ນາມ ໄລ​ຍະ 2014-2020 ຂຶ້ນ​ເຖິງ 400 ລ້ານ ເອີ​ໂຣ.

ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ປະ​ທານ EC Jean Claude Juncker ໄດ້​ເປັນ​ສັກ​ຂີພິ​ຍານ ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາການ​ຄ້າ ເສ​ລີ FTA ລະ​ຫວ່າງ​ຫວຽດ​ນາມ ແລະ EU ຢ່າ​ງ​ເປັນ​ທາງ​ການ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ປາດ​ຖະ​ຫນາ​ວ່າ EU ​ຈະລົງ​ນາມ​, ໃຫ້​ສັດ​ຕະ​ຍາ​ບັນ FTA ໂດຍ​ໄວ ແລະ ຮັບ​ຮອງ​ຂໍ້​ກຳ​ນົດ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ໃຫ້​ຫວຽດ​ນາມ​ກົງ​ກັບ​ຈຸດ​ເວ​ລາ​ທີ່​ສັນ​ຍາ​ດັ່ງ​ກ່າວ​ມີ​ຜົນ​ສັກ​ສິດ.

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖ​ະ​ຫນາ​ວ່າ EU ​ຈະສຳ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການ​ຮ່ວມ​ມື PCA ໃນ​ຕົ້ນ​ປີ 2016. ເພື່ອນ​ຳ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ພົບ​ປະ, ທາບ​ທາມ​ຄຳ​ເຫັນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ​ສອງ​ຝ່າຍ​ມີ​ທ່​າ​ແຮງ​ເພີ່ມ​ເຕີມ​ໃຫ້​ກັນ​ຄື: ຖະ​ແຫລງ​ຂ່າວ​ສື່​ສານ, ເຕັກ​ໂນ​ໂລ​ຊີ​ສູງ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃຫມ່, ການ​ລົງ​ທຶນ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ​ການປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ​ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ.”

        ກ່າວ​ຄຳ​ເຫັນ​ພາຍ​ຫລັງ​ພິ​ທີ​ລົງ​ນາມ, ການ​ນຳ​ສອງ​ທ່ານ ໄດ້​ຢືນ​ຢັນ​ວ່າ: ສັນ​ຍາ​ການ​ຄ້າ​ເສ​ລີ ກັບ​ຫວຽດ​ນາມ(EVFTA) ແມ່ນ​ເອ​ກະ​ສານ​ນິ​ຕິ​ກຳ​ສຳ​ຄັນ ເພື່ອ​ປັບ​ປຸງ​ບັນ​ດາ​ການ​ພົວ​ພັນ​ດ້າ​ນ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ລະ​ຫວ່າງ​ຫວຽດ​ນາມ ແລະ EU, ສ້າງ​ສະ​ພາບ​ແວດ​ລ້ອມ​ຢ່າງ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ ຂອງ EU  ແລະ​ຫວຽດ​ນາມ.  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ພ້ອມ​ແລ້ວ ​ທີ່​ຈະສວມ​ບົດ​ບາດ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ EU ແຊກ​ຊືມ​ເຂົ້າ​ຕະ​ຫລາດ ອາ​ຊຽນ ແລະ ອາ​ຊີ ປາ​ຊີ​ຟີກ.

ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ສະ​ພາ​ເອີ​ລົບ Donald Tusk, ປະ​ທານ​ລັດ​ຖະ​ສະ​ພາ​ເອີ​ລົບ Martin Schulz ແລະ ປະ​ທ່ານ Jan Zahradil. ກຸ່ມ​ສະ​ມາ​ຊິກລັດ​ຖະ​ສະ​ພາມິດ​ຕະ​ພາບ ກັບ​ຫວຽດ​ນາມ ຢູ່ ລັດ​ຖະ​ສ​ະ​ພາ ເອີ​ລົບ

 

 

 

 


ຂ່າວ/ບົດ​ອື່ນ