ຫວຽດນາມແລະເຊັກໂກຕ້ອງເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງ2ຊາດ

ຫວຽດນາມແລະເຊັກໂກຕ້ອງເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງ2ຊາດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ຕ້ອນຮັບ​ທ່ານ Lubomir
Zaoralek ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ສ.ເຊັກ​ໂກ
(ພາບ: TTXVN)

(vovworld) ໃນ​​ຕອນ​ເຊົ້າ​ວັນ​ທີ 23/10​, ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Lubomir Zaoralek ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສ.ເຊັກ​ໂກ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. ນະ​ທີ່​ນີ້ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ວ່າ ຫວຽດນາມ ​ແລະ​ ເຊັກ​ໂກ ຕ້ອງ​​ເພີ່​ມທະ​ວີຄວາມ​ເຂົ້າ​ອົກ​​ເຂົ້າ​ໃຈ​ລະຫວ່າງ 2 ​​ຊາດ; ​ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ​ເລື່ອງ ສ.ເຊັກ​ໂກ ຮັບຮູ້ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ສ.ເຊັກ​ໂກ​ແມ່ນຊົນ​ເຜົ່າ​ສ່ວນ​ໜ້ອຍຂອງ​ປະ​ເທດ​ນີ້ ​ແລະ ຖື​ວ່າ: 2 ປະ​ເທດ​ຕ້ອງ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານວັດທະນະທຳ. ທ່ານ​ປະທານ​ປະ​ເທດ ຊົມ​ເຊີຍ​ເລື່ອງ 2 ຝ່າຍ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຢູ່ ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈີ​ມິນ ​​ເພື່ອ​ແນ​ໃສ່​ນຳ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ເຂົ້າ​ສູ່​ລວງ​ເລິກ, ນຳ​ມາ​ໃຫ້​ມີ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ; ພ້ອມ​ທັງ ສະ​ເໜີ ​ໃນ​ໄລຍະ​ຈະ​ມາ​ເຖິງ​ຝ່າຍ ຫວຽດນາມ ​ແລະ ສ.ເຊັກ​ໂກ ກວດກາ​ຄືນ​ ​ເພື່ອ​ເພີ່ມ​ເຕີມ ຫຼື ​ເຊັນ​ໃໝ່​ບັນດາ​ເອກະສານ​ນິຕິ​ກຳ​ຈຳ​ເປັນ ​ເພື່ອ​ແນ​ໃສ່​ຈັດ​ຕັ້ງ​ຄືນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໂດຍ​ໄວ.

        ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ເຊັກ​ໂກ Lubomir Zaoralek ​ເນັ້ນ​ໜັກ​ວ່າ: ດ້ວຍ​ທີ່​ຕັ້ງ​ສາກົນ​ນັບ​ມື້​ນັບ​ສູງຂອງ ຫວຽດນາມ, ເຊັກ​ໂກ ປາດ​ຖະໜາ​ຢາກ ຊອກ​ໄດ້​ຄູ່​ຮ່ວມ​ມື ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​​ໃນ​ພາກພື້ນ ອາຊີ. ທ່ານ​ລັດຖະມົນຕີ Lubomir Zaoralek ກໍ​​ໃຫ້​ຮູ້​ວ່າ: ເຊັກ​ໂກ ປາດ​ຖະໜາຢາກ​ໃຫ້​ທຸກ​ຄວາມ​ບໍ່​ລົງ​ລອຍກັນ​ບົນທະ​ເລ​ຕາ​ເວັນ​ອອກ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈລະຈາ, ​ສັນຕິ​ວິທີ, ຮັກສາ​ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ເສດຖະກິດ.

 



 


ຂ່າວ/ບົດ​ອື່ນ