ຫວຽດນາມໃກ້ຈະສຳເລັດFTAກັບພັນທະມິດພາສີລັດເຊຍ-ເບລາຣຸດ-ກາຢັກສະຖານ

ຫວຽດນາມໃກ້ຈະສຳເລັດFTAກັບພັນທະມິດພາສີລັດເຊຍ-ເບລາຣຸດ-ກາຢັກສະຖານ - ảnh 1
ພາບປະກອບ


(vovworld) - ວັນ​ທີ 4/4, ຢູ່ ກາ​ຢັກ​ສະຖານ ​ໄດ້​ດຳ​ເນີນ​ວາລະ​ອັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA ຮອບ​ທີ 5 ລະຫວ່າງ​ຫວຽດນາມ ກັບ​ພັນທະ​ມິດ​ພາສີ ລັດ​ເຊຍ- ​ເບ​ລາ​ຣຸດ- ກາ​ຢັກ​ສະຖານ. ຮອບ​ເຈລະຈາ​ທີ 5 ນີ້ ​ແມ່ນ​ສຳ​ເລັດ​ບັນດາ​ບັນຫາ​ກ່ຽວ​ກັບ​ເອກະສານ ​ແລະ ບັນຫາ​ເຕັກນິກ​ຕົ້ນຕໍ​ຂອງ​ສັນຍາ. ​ໃນ​ຊຸມ​ມື້​ຜ່ານ​ມາ, 10 ກຸ່ມ​ເຈລະຈາ ​ໄດ້​ສືບ​ຕໍ່​ພິຈາລະນາ​ບັນດາ​ບັນຫາ​ກ່ຽວ​ກັບ​ພາສີ, ຄ້າ​ຂາຍ​ສິນຄ້າ, ອາລັກ​ຂາ​ການ​ຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ, ການ​ຊື້​ຊັບ​ສິນ​ຂອງ​ລັດຖະບານ, ​ເຕັກ​ໂນ​ໂລ​ຊີ​ເອ​ເລັກ​ໂຕ​ນິກ​ໃນ​ການ​ຄ້າ, ຂໍ້​ກຳນົດ​ກ່ຽວ​ກັບ​ຕົ້ນ​ກຳ​ເນີ​ດສິນຄ້າ ​ແລະ ອື່ນໆ. ​ ຕີ​ລາຄາ​ບັນດາ​ຄວາມ​ສະດວກ ​ເມື່ອ​ຫວຽດນາມ ​ແລະ ບັນດາ​ຝ່າຍ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ (FTA), ທ່ານ ດັ້ງ​ຮ່ວາງ​ຫາຍ, ຫົວຫນ້າ​ຄະນ​ະ​ເຈລະຈາ​ຂັ້ນ​ເຕັກນິກ ຝ່າຍ​ຫວຽດນາມ ​ໃຫ້​ຮູ້​ວ່າ:       “ຄວາມ​ສະດວກ​ທີ່​ຈະ​ແຈ້ງ​ທີ່​ສຸດ ນັ້ນ​ແມ່ນ​ສິນຄ້າ​ຂອງ​ສອງ​ຝ່າຍ​ຈະ​ຫລຸດຜ່ອນ​ພາສີ​ເປັນ​ຈຳນວນ​ຫລາຍ. ມີ​ສິນຄ້າ​ຫລາຍ​ປະ​ເພດ​ຂຶ້ນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ​ຈະ​ຖືກ​ຈັດ​ວາງ​ອັດຕາພາສີ 0% ​ແລະ ຍັງ​ມີ​ຫລາຍ​ມາດ​ຕະການ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ການ​ຄ້າ​ອີກ. ກ່ຽວ​ກັບ​ສິ່ງ​ທ້າ​ທາຍ, ສັນຍາ​ການ​ຄ້າ​​ເສລີ​ສະບັບ​​ໃດ​ກໍ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​​ໃດ​ຫນຶ່ງ. ນັ້ນ​ແມ່ນ ​ເມື່ອ​ລົບ​ລ້າງ​ຮົ້ວ​ຂີດ​ຂວາງ​ດ້ານ​ພາສີ ຈະ​ກໍ່​ກຳລັງ​ ແກ້ງ​ແຍ້​ງຕື່ມ​ອີກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສັນຍາ​ການ​ຄ້າ​ນີ້ ສິ່ງ​ທ້າ​ທາຍ​ຈະບໍ່​ຫລາຍ.”

ຂ່າວ/ບົດ​ອື່ນ