ຫົວໜ້າຄະນະຈັດຕັ້ງ ສູນກາງ ໂຕຮຸຍເຣື໋ອ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ

ຫົວໜ້າຄະນະຈັດຕັ້ງ ສູນກາງ ໂຕຮຸຍເຣື໋ອ ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ - ảnh 1
​ທ່າ​ນ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູງ​ກາງ​ພັກ
ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: TTXVN)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງສະຫະພັນ​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ, ຄະນະ​ພະນັກງານ​ຂັ້ນ​ສູງ​ສັງກັດ​ກຸ່​ມບັນດາສະມາຊິກ​ສະພາ​​ແຫ່ງ​ຊາດຫວຽດນາມ - ຍີ່ປຸ່ນ ​ໂດຍ​ທ່າ​ນ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູງ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນກາງ, ປະທານ​ກຸ່ມ​ສະ​ມາ​ຊິກ​ສະພາ​​ແຫ່ງ​ຊາດຫວຽດນາມ - ຍີ່ປຸ່ນ, ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ ​ແຕ່​ວັນ​ທີ 01 – 05 ສິງຫາ. ທີ່​ການ​ພົບ​ປະ​ເຈລະ​ຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ​ເມື່ອ​ວັນ​ທີ 02 ສິງຫາ, ທ່ານ ​ໂຕ​ຮຸຍ​ເຣື໋ອ ຢືນຢັນ​ວ່າ, ຍາມ​ໃດຫວຽດນາມ ກໍ​ຖື​ການ​ພົວພັນ​ກັບ​ຍີ່ປຸ່ນ ​ເປັນ​ສຳຄັນ, ຜ່ານ​ການຢ້ຽມຢາມ​​ເຊິ່ງກັນ ​ແລະ ກັນ ​​ເປັນ​ປະຈຳ ກໍ່​ຄື​ການຈັດ​ບຸກຄະລາ​ກອນ​ໃນ​ບັນດາ​ອົງການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ Shinzo Abe ກໍ່​ເນັ້ນ​ໜັກ​ວ່າ ​ເລື່ອງ​ທ່ານ​ເລືອກ​ຫວຽດນາມ ​ເປັນ​ປະ​ເທດ​ທຳ​ອິດ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ຕ່າງປ​ະ​ເທດ ພາຍຫຼັງ​​ໄດ້ຮັບ​ດຳລົງຕຳ​ແໜ່​ງ ​ໄດ້​ສະ​ແດງ​້​ໃຫ້​ເຫັນ​ວ່າ ​ໂຕ​ກຽວ ຖື​ການ​ພົວພັນ​ກັບ​ຮ່າ​ໂນ້ຍ ​ເປັນ​ສຳຄັນ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ຢືນຢັນ​ວ່າ ຈະ​ປະກອບສ່ວນ​​ເຂົ້າ​ໃນການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໃຫ້ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

  ​ທ່ານ ໂຕ​ຮຸຍ​ເຣື໋ອ ກໍ່​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ຫຼຽນ​ໄຊ​ມິດຕະພາບ​ໃຫ້ທ່ານ​ອະດີດ​ປະທານສະຫະ​ພັນ​ລັດຖະສະພາ​ມິດຕະພາບ​ຍີ່ປຸ່ນ - ຫວຽດນາມ Tsutomu Takebe, ຢ້ຽມຢາມ​ສຳນັກງານ​ກຸ່ມ​ບໍລິສັດ Canon.
ຂ່າວ/ບົດ​ອື່ນ