ຫົວໜ້າຄະນະຈັດຕັ້ງສູນກາງ ຟ້າມມິງຈິ໋ງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແທັງຮວ໋າ

(VOVWORLD) -ແຂວງແທັງຮວ໋າ ໄດ້ຜັນຂະຫຍາຍບັນດາມະຕິຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ ແລະ ບັນດາມະຕິສູນກາງ ຢ່າງເຂັ້ມງວດ...

ຫົວໜ້າຄະນະຈັດຕັ້ງສູນກາງ ຟ້າມມິງຈິ໋ງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງແທັງຮວ໋າ - ảnh 1ການເຮັດວຽກຂອງທ່ານ ຟ້າມມິງຈິ໋ງ ກັບຄະນະພັກແຂວງແທັງຮວ໋າ

ວັນທີ 04 ສິງຫາ, ຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ຟ້າມມິງຈິ໋ງ, ເລຂາສູນກາງພັກກອມມູນິດຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກແຂວງແທັງຮວ໋າ ກ່ຽວກັບສະພາບການປະຕິບັດມະຕິກອງປະຊຸມໃຫຍ່ ຊຸດທີ 12 ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 18 ແລະ ການປະຕິບັດບາງມະຕິຂອງສູນກາງ ກ່ຽວກັບວຽກງານການຈັດຕັ້ງພະນັກງານ.

        ທີ່ການເຮັດວຽກ, ທ່ານ ຟ້າມມິງຈິ໋ງ ຢັ້ງຢືນວ່າ ແຂວງແທັງຮວ໋າ ໄດ້ຜັນຂະຫຍາຍບັນດາມະຕິຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກຂັ້ນຕ່າງໆ ແລະ ບັນດາມະຕິສູນກາງ ຢ່າງເຂັ້ມງວດ, ສະພາບການເສດຖະກິດ-ສັງຄົມມີຄວາມເປັນໄປໄດ້ດີພໍສົມຄວນ; ການປ້ອງກັນຄວາມສະຫງົບໄດ້ຮັບການຮັກສາ; ວັດທະນະທໍາສັງຄົມໄດ້ຮັບການປັບປຸງ, ຊີວິດທາງດ້ານຈິດໃຈຂອງປະຊາຊົນ ນັບມື້ນັບໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

        ກ່ອນໜ້ານັ້ນ,ທ່ານ ຟ້າມມິງຈິ໋ງ ໄດ້ລົງເຮັດວຽກກັບການນໍາບັນດາຕາແສງ ຮ່າບິງ, ເມືອງຮ່າຈູງ ແລະ ຕາແສງດົງມິນ, ເມືອງດົງເຊີນ ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະ ວຽການກໍ່ສ້າງພັກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ