ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວປະກາດກົດໝາຍ7ສະບັບ,ມະຕິ5ສະບັບ

ຫ້ອງວ່າການປະທານປະເທດຈັດການປະຊຸມຂ່າວປະກາດກົດໝາຍ7ສະບັບ,ມະຕິ5ສະບັບ - ảnh 1
ການ​ປະ​ຊຸມ​ຂ່າວ​ປະກາດ​ບັນດາ​ລັດ​ຖະດຳລັດ​ຂອງ​
ປະທານ​ປະ​ເທດ​ກ່ຽວ​ກັບ​ກົດ​ໝາຍ 7 ສະບັບ, ມະຕິ 5
(ພາບ: cand.com.vn)

(vovworld) ​ ​ ຕອນ​ບ່າຍ​ວັນ​ທີ 18/12, ຫ້ອງ​ວ່າການ​ສຳນັກງານປະທານ​ປະ​ເທດ​ຈັດການ​ປະ​ຊຸມ​ຂ່າວ​ປະກາດ​ບັນດາ​ລັດ​ຖະດຳລັດ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ກົດ​ໝາຍ 7 ສະບັບ, ມະຕິ 5 ສະບັບ ຊຶ່ງຫາ​ກໍ່​ໄດ້​ຮັບການ​ຮັບຮອງ​ເອົາທີ່​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

        ກົດໝາຍ 7 ສະບັບ​ໄດ້​ຮັບ​ການ​ປະກາດ​ຄັ້ງ​ນີ້ລວມມີ: ປະມວນ​ກົດໝາຍ​ແພ່ງ; ປະມວນ​ກົດໝາຍ ອາຍາ; ປະມວນ​ກົດໝາຍ​ວ່າ​ດ້ວຍ​ການດຳ​ເນີນ​ຄະດີ​ແພ່ງ; ປະມວນ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ ອາຍາ; ກົດໝາຍ​ວ່າ​ດ້ວຍການ​ກັກ​ຂັງ​ ​ແລະ ກັກ​ຕົວຊົ່ວຄາວ; ກົດໝາຍ​ວ່າດ້ວຍ​ອົງການ​ສືບສວນ​ຄະດີອາຍາ. ມະຕິ 5 ສະບັບ​ລວມມີ: ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ປະມວນ​ກົດໝາຍ​ອາຍາ; ມະຕິ​ກ່ຽວ​ກັບ​ການ​ປະຕິບັດ ລະບອບພະນັກງານ ປະຕິບັດຄຳຕັດສິນຂອງສານແພ່ງ; ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ປະມວນ​ກົດໝາຍວ່າ​ດ້ວຍ​ການດຳ​ເນີນ​ຄະດີ​ແພ່ງ; ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການດຳ​ເນີນ​ຄະດີບໍ​ລິ​ຫານ; ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ປະມວນ​ກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​ອາຍາ.

 

 

ຂ່າວ/ບົດ​ອື່ນ