ຫາງສຽງກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີຍີ່ປຸ່ນເຂົ້າໄຫວ້ອາໄລຢູ່ວິຫານYasukuni

ຫາງສຽງກ່ຽວກັບເລື່ອງທ່ານນາຍົກລັດຖະມົນຕີຍີ່ປຸ່ນເຂົ້າໄຫວ້ອາໄລຢູ່ວິຫານYasukuni - ảnh 1
ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫວ່າງ​ອີ
(ພາບ: ສຳນັກຂ່າວສານ ຊິນຮົວ-TTXVN)

(vovworld) - ທ່ານ​ນາ​ຍົກ​ລັດຖະມົນຕີ ຍີ່​ປຸ່ນ Shinzo Abe ​ໄດ້​ໄປ​ໄຫວ້​ອາ​ໄລ​ຢູ່​ວິຫານ Yasukuni ​ໃນ​ວັນ​ທີ 26/12 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ການ​ເຂົ້າດຳລົງ​ຕຳ​ແໜ່​ງມາ​ເປັນ​ເວ​ລາ 1 ປີ. ພາຍຫຼັງ​ເຫດການ​ນີ້, ບັນດາ​ປະ​ເທດ​ຄື: ຈີນ, ສ ​ເກົາຫຼີ ​ໄດ້​ຄັດຄ້ານ​ຢ່າງ​ຮຸນແຮງ ສ່ວນ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ເສຍ​ຫວັງ​ກ່ຽວ​ກັບ​ການ​ກະທຳ​ອາດ​ຈະ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ.

    ຕໍ່​ຈາກຄຳ​ຖະ​ແຫຼ​ງ​ຕຳ​ນິຕິ​ຕຽນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຈີນ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຈີນ ຫວ່າງ​ອີ ​ໄດ້​ຮຽກ​​ຕົວ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ປັກ​ກິ່ງ ​ມາເພື່ອ​ສົ່ງ​ຈົດໝາຍ​ທາງ​ການ “ຄັດຄ້ານ​ຢ່າງ​ຮຸນແຮງ”. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ປັກ​ກິ່ງ ຮັບ​ຮູ້​ວ່າ: ການ​ພົບ​ປະລະ​ຫວ່າງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ຫຼຽວ​ແຢນຕູ​ງ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ຍີ່ປຸ່ນ ທີ່​ພວມ​ຢູ່​ຢ້ຽມຢາມ ຈີນ ​ໄດ້ຖືກ​ລົບ​ລ້າງ​ແລ້ວ. ​ໃນ​ຂະນະ​ນັ້ນ, ສ ​ເກົາຫຼີ ກໍ່​ສະ​ແດງ​ຄວາມ​​ໂກດ​ແຄ້ນ​ສຳລັບ​ການ​ຢ້ຽມຢາມ ວິຫານ Yasukuni ຂອງ​ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

    ວັນ​ທີ 26/12, ສະຖານທູດ ອາ​ເມ​ລິ​ກາ ປະຈຳ ​ໂຕ​ກຽວ​ ​ໃຫ້​ຮູ້​ວ່າ: ວໍ​ຊິ​ງຕັນ ​ເສຍ​ຫວັງ​ຕໍ່​ການ​ຢ້ຽມຢາມ ວິຫານ Yasukuni ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ການ​ກະທຳ​ດັ່ງກ່າວ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ.


ຂ່າວ/ບົດ​ອື່ນ