ຫຼາຍ​ປະ​ເທດ​ໄດ້​ສະ​ເໜີ​ແນະ​ໃຫ້ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ເຂັມ​ທີ 4

(VOVWORLD) -  ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ມີນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 479,3 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ.

  ໃນວັນທີ 25 ມີນາ, ຫຼາຍປະເທດກໍໄດ້ເລີ່ມຍົກອອກຂໍ້ສະເໜີແນະກ່ຽວກັບການສັກວັກຊິນເຂັມທີ 4. ໄລ່ມາຮອດປັດຈຸບັນ, ອິດສະຣາແອັນ ແລະ ລາຊະອານາຈັກ ອັງກິດ ໄດ້ສະເໜີແນະໃຫ້ສັກວັກຊິນເຂັມທີ 4, ແຕ່ກໍຢູ່ໃນຂອບເຂດພາລະກອນການແພດ ແລະ ຜູ້ທີມີຄວາມສ່ຽງອາດຈະເກີດອາການເຈັບໜັກເທົ່ານັ້ນ. ກະຊວງສາທາລະນະສຸກ ລາວ ກໍ່ໃຫ້ຮູ້ວ່າ ປະເທດນີ້ ເລີ່ມຜັນຂະຫຍາຍການສັກວັກຊິນເຂັມທີ 4 ໃຫ້ແກ່ກຸ່ມເປົ້າໝາຍບຸລິມະສິດ ແລະ ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ.

        ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ຍີ່ປຸ່ນ ກໍຕົກລົງວ່າຈະສັກວັກຊິນກັນພະຍາດໂຄວິດ - 19 ເຂັມທີ 4 ເພື່ອເພີ່ມຄວາມສາມາດຕ້ານທານໃຫ້ແກ່ປະຊາຊົນ.

        ສະພາທີ່ປຶກສາດ້ານເຕັກນິກກ່ຽວກັບການສັກວັກຊິນຂອງ ອົດສະຕາລີ (ATAGI) ກໍສະເໜີແນະໃຫ້ 4 ກຸ່ມເປົ້າໝາຍທີ່ມີຄວາມສ່ຽງສູງກ່ຽວກັບສຸຂະພາບ ຄວນສັກວັກຊິນກັນພະຍາດໂຄວິດ - 14 ເຂັມທີ 4 ໃນສະພາບທີ່ ອົດສະຕາລີ ໃກ້ຈະກ້າວເຂົ້າສູ່ລະດູໜາວ  ແລະ ໃນໄລຍະນີ້ ໄຂຫວັດໃຫຍ່ເຄີຍລະບາດຢ່າງຮ້າຍແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ