ອັງ​ກິ​ດ ແລະ EU ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ຮ່າງ​ຂໍ້​ຕົກ​ລົງ​ກ່ອນກອງ​ປະ​ຊຸມ​ສຸດຍອດ EU

(VOVWORLD) -ວັນທີ 15 ຕຸລາ, ບັນດານັກເຈລະຈາ ອັງກິດ ແລະ ສະຫະພາບ ເອີລົບ (EU) ໄດ້ມານະພະຍາຍາມເພື່ອບັນລຸໄດ້ຮ່າງຂໍ້ຕົກລົງ Brexit (ອັງກິດຖອນຕົວອອກຈາກ EU), ພຽງແຕ່ 2 ວັນກ່ອນທີ່ດຳເນີນກອງປະຊຸມສຸດຍອດ EU ເຊິ່ງໄດ້ຮັບຖືວ່າ ແມ່ນກອງປະຊຸມສຸດທ້າຍກ່ອນທີ່ ອັງກິດຖອນຕົວອອກຈາກ ສະຫະພາບ ເອີລົບ ຕາມແຜນການ ແມ່ນໃນວັນທີ 31 ຕຸລາຈະມາເຖິງ.
ອັງ​ກິ​ດ ແລະ EU ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ຮ່າງ​ຂໍ້​ຕົກ​ລົງ​ກ່ອນກອງ​ປະ​ຊຸມ​ສຸດຍອດ EU - ảnh 1ທຸງຊາດ ອັງກິດ ແລະ ທຸງ EU ຢູ່ ລອນດອນ (ພາບ: AFP/TTXVN)

ເຖິງຢ່າງໃດກໍ່ຕາມ, ທັງ ອັງກິດ ແລະ EU ລ້ວນແຕ່ຍົກອອກຄວາມປະເອີບໃຈຢ່າງຮອບຄອບກ່ຽວກັບຄວາມເປັນໄປໄດ້ຂອງມີ ຂໍ້ຕົກລົງ Brexit ອາດຈະບັນລຸໄດ້ໃນອາທິດນີ້ ຍ້ອນວ່າບັນດາລັດຖະມົນຕີ ເອີລົບ ໄດ້ກ່າວເຕືອນວ່າ ເຂົາເຈົ້າຈະບໍ່ອະນຸຍາດໃຫ້ ລອນດອນນຳໃຊ້ ອຽກລັງເໜືອເໝືອນດັ່ງປະຕູທາງຫຼັງ ຂອງຕະຫຼາດລວມເອີລົບ. ທ່ານ Michel Barnier ຫົວໜ້າຄະນະເຈລະຈາ Brexit ຂອງ EU ໄດ້ປະກາດຕໍ່ບັນດາປະເທດສະມາຊິກວ່າ ມີເອກະສານດ້ານນິຕິກຳສະບັບໜຶ່ງ ຈະໄດ້ຍົກອອກມາປຶກສາຫາລືຢ່າງ ຊ້າທີ່ສຸດແມ່ນໃນວັນທີ 16 ຕຸລາ ເພື່ອ ພິຈາລະນາວ່າ ມັນກໍ່ຈະໄດ້ຮັບການລົງນາມທີ່ ກອງປະຊຸມສຸດຍອດ EU ເຊິ່ງຈະດຳເນີນໃນ ລະຫວ່າງ ວັນທີ 17 – 18 ຕຸລາ, ແລະ ຈະທັນເວລາໃຫ້ຈັດຕັ້ງກອງປະຊຸມພິເສດຂອງສະພາແຫ່ງຊາດອັງກິດໃນວັນທີ 19 ຕຸລາຫຼືບໍ່?

ຕອບກັບ

ຂ່າວ/ບົດ​ອື່ນ