ອັງກິດ ແລະ ຝລັ່ງ ບັນລຸຂໍ້ຕົກລົງສຳຄັນຫຼາຍສະບັບ
(VOVWORLD) - ອັງກິດ ແລະ ຝລັ່ງ ໄດ້ລົງນາມຖະແຫຼງການ Northwood, ເປັນຄັ້ງທຳອິດທີ່ຢັ້ງຢືນເລື່ອງສົມທົບຄວາມສາມາດນາບຂູ່ອາວຸດນິວເຄຼຍເອກະລາດຂອງ 2 ປະເທດ.
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer
(ພາບ: THX/TTXVN)
|
ຕາມສື່ມວນຊົນ ອັງກິດ ແລະ ຝລັ່ງ ແລ້ວ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ອັງກິດ ຂອງທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແຕ່ວັນທີ 08 – 10 ກໍລະກົດ, 2 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນຫຼາຍສະບັບ.
ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຮ່ວມກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໃນວັນທີ 10 ກໍລະກົດ, ຢູ່ Northwood (ຝລັ່ງ), ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ, ອັງກິດ ແລະ ຝລັ່ງ ໄດ້ລົງນາມຖະແຫຼງການ Northwood, ເປັນຄັ້ງທຳອິດທີ່ຢັ້ງຢືນເລື່ອງສົມທົບຄວາມສາມາດນາບຂູ່ອາວຸດນິວເຄຼຍເອກະລາດຂອງ 2 ປະເທດ. ຕາມທ່ານນາຍົກລັດຖະມົນຕີ ອັງກິດ ແລ້ວ, ລອນດອນ ແລະ ປາຣີ ກໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການທົດລອງທີ່ “ມີລັກສະນະກະໂດດຂັ້ນ” ເພື່ອສົ່ງຊາວອົບພະຍົບຜ່ານຊ່ອງແຄບທະເລ Manche ໄປ ອັງກິດດ້ວຍເຮືອນ້ອຍ.
ກ່ຽວກັບບັນຫາ ຢູແກຼນ, ອັງກິດ ແຈ້ງໃຫ້ຊາບວ່າ ປາຣີ ຈະຕັ້ງສຳນັກງານໃໝ່ຂອງ “ພັນທະມິດອາສາສະໝັກ” ແນໃສ່ໜູນຊ່ວຍ ຢູແກຼນ ໃນກໍລະນີບັນລຸໄດ້ຂໍ້ຕົກລົງຢຸດຍິງ.