ອັງກິດຈະເສຍທ່າໄດ້ປຽບໃນການເຈລະຈາດ້ານການຄ້າກັບອາເມລິກາຖ້າຫາກລາອອກຈາກEU

ອັງກິດຈະເສຍທ່າໄດ້ປຽບໃນການເຈລະຈາດ້ານການຄ້າກັບອາເມລິກາຖ້າຫາກລາອອກຈາກEU - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama
(ພາບ​ປະ​ກອບ: VTV)

(vovworld) - ອັງ​ກິດ​ ຈະ​ເສຍ​ທ່າ​ໄດ້​ປຽບ​ໃນການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ​ ຖ້າ​ຫາກ​ລາ​ອອກ​ຈາກ EU. ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຢື​ນ​ຢັນ ເມື່ອ​ຕອບ​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວ​ສານ BBC (ອັງ​ກິດ) ໃນ​ວັນ​ທີ 23/04. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຖະ​ແຫຼງວ່າ, ຖ້າ​ຫາກ​ອັງ​ກິດ ລາ​ອອກ​ຈ​າກ​ສະ​ຫະ​ພາບ​ເອີ​ລົບ (EU), ປະ​ເທດນີ້​ອາດ​ຈະ​ຕ້ອງ​ໃຊ້​ເວ​ລາ​ແຕ່ 5 ຫາ 10 ປີ​​ຕື່ມ​ອີກເພື່ອ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ 2 ຝ່າຍ​ກັບ​ອາ​ເມ​ລິ​ກາ. ​ປະ​ຈຸ​ບັນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ພ​ວມ​ມີ​ການ​ໄປ​ປະ​ຕິ​ບັດ​ງານ​ເຖິງ​ອັງ​ກິດ ກ່ອນ​ທີ່​ລອນດອນ ຈັດຕັ້ງ​ການ​​ລົງ​ປະ​ຊາ​ມະ​ຕິກ່ຽວ​ກັບ​ກົດ​ລະບຽ​ບ​ສະ​ມາ​ຊິກ EU ແລະ ເນັ້ນ​ໜັ​ກວ​່າ, ອັງ​ກິດ ຈະ​ບໍ່​ໄດ້​​ນຳ​ໃຊ້ກົດ​ລະ​ບຽບ​ບຸ​ລິ​ມະ​ສິດ​ທີ່​ສະ​​ຫງວນ​ໃຫ້​ກຸ່ມ EU ເມື່ອ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ.

        ໃນ​ຊຸ​ມມື້​ຢູ່​ລອນດອນ, ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ຮຽກ​ຮ້ອງ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ ບໍ່​ລາ​ອອກ​ຈາກ EU ຢ່າງ​ຕໍ່​ເນື່ອງ. ກ່າວ​ຄຳ​ເຫັນ​ໃນ​ການ​ປະ​ຊຸມ​ຂ່າວ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron, ທ່ານ Obama ເນັ້ນ​ໜັກ​ວ່າ: ອັງ​ກິດ ເປັນ​ສະ​ມາ​ຊິກ​ຂອງ EU ຈະ​ເຮັດ​ໃຫ້​ເພີ່ມ​ທີ່​ຕັ້ງ​, ກໍ​ຄື​ກຳ​ລັງ​ແຮງ​ດ້ານ​ເສດ​ຖະ​ກິດ​ ບໍ່​ພຽງ​ແຕ່​ຂອງ​ປະ​ເທດ​ອັງ​ກິດ​ເທົ່​ານັ້ນ, ຫາກ​ຍັງ​ເຮັດ​ໃຫ​້ EU ​ມີ​ຄວາມ​ເຂັ້ມ​ແຂວງກວ່າ​​ອີກ​.

ຂ່າວ/ບົດ​ອື່ນ