ອັດ “Festival ເຂົ້າສານ ຫວຽດນາມ ຄັ້ງທີ 5 - ວິງລອງ ປີ 2021”

(VOVWORLD) -Festival ໂດຍມີການເຂົ້າຮ່ວມຂອງວິສາຫະກິດກວ່າ 200 ແຫ່ງໃນເຂດ, ດ້ວຍຮ້ານວາງສະແດງເກືອບ 400 ຮ້ານເຂົ້າຮ່ວມ.
ອັດ “Festival ເຂົ້າສານ ຫວຽດນາມ ຄັ້ງທີ 5 - ວິງລອງ ປີ 2021” - ảnh 1(Festival ເຂົ້າສານ ຫວຽດນາມ ຄັ້ງທີ 5 - ວິງລອງ ປີ 2021” ອັດລົງໃນຕອນຄ່ຳວັນທີ 10 ມັງກອນ)

ພາຍຫຼັງຈັດຂຶ້ນເປັນເວລາ 3 ວັນ, Festival ເຂົ້າສານ ຫວຽດນາມ ຄັ້ງທີ 5 - ວິງລອງ ປີ 2021” ໄດ້ອັດລົງໃນຕອນຄ່ຳວັນທີ 10 ມັງກອນ. Festival ໂດຍມີການເຂົ້າຮ່ວມຂອງວິສາຫະກິດກວ່າ 200 ແຫ່ງໃນເຂດ, ດ້ວຍຮ້ານວາງສະແດງເກືອບ 400 ຮ້ານເຂົ້າຮ່ວມ.

        ທ່ານ ເລແທັງຕຸງ, ຮອງຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ໃຫ້ຮູ້ວ່າ Festival ເປີດກາລະໂອກາດທີ່ໃຫຍ່ຫຼວງໃຫ້ແກ່ບັນດາຫົວໜ່ວຍ, ວິສາຫະກິດຂະແໜງເຂົ້າສານ ຫວຽດນາມ ເພີ່ມທະວີການເຄື່ອນໄຫວຮ່ວມສຳພັນຮ່ວມມື, ຄົ້ນຄວ້າ, ຊອກຫາບັນດາມາດຕະການແກ້ໄຂຍຸດທະສາດ ເພື່ອຮັບປະກັນບົດບາດເປັນກຳລັງຫຼັກແຫຼ່ງຂອງຂະແໜງສຳລັບການພັດທະນາເສດຖະກິດກະສິກຳແບບຍືນຍົງ, ຄ້ຳປະກັນສະບຽງອາຫານແຫ່ງຊາດ ແລະ ປະກອບສ່ວນເຂົ້າໃນການຄ້ຳປະກັນສະບຽງອາຫານໂລກ. ຜ່ານນັ້ນ, ກໍ່ປະກອບສ່ວນຍົກສູງທີ່ຕັ້ງ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ