ອັດກອງປະຊຸມShangriLa:ບັນຫາທະເລຕາເວັນອອກແມ່ນບັນຫາຮ້ອງເຮັ່ງຈົນເຖິງນາທີສຸດທ້າຍຂອງກອງປະຊຸມ

ອັດກອງປະຊຸມShangriLa:ບັນຫາທະເລຕາເວັນອອກແມ່ນບັນຫາຮ້ອງເຮັ່ງຈົນເຖິງນາທີສຸດທ້າຍຂອງກອງປະຊຸມ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຈີວີ້ງ
ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:baogiaothong

(vovworld)- ກອງ​ປະ​ຊຸມ Shangri La ຄັ້ງ​ທີ 15 ຈັດ​ຂຶ້ນ​ຢູ່ ສິງ​ກະ​ໂປ ຫາ​ກໍ​ອັດ​ລົງ ດ້ວຍ​ວາ​ລະ​ປະ​ຊຸ​ມ​ຄົບ​ຄະ​ນະ​ສຸດ​ທ້າຍ ມີ​ຫົວ​ຂໍ້​ວ່າ: “ເດີນ​ຕາມ​ຄາດ​ໝາຍ​ຄວາມ​ໝັ້ນ​ຄົງ​ລວມ”. ກ່ອນ​ຫນ້ານັ້ນ, ວາ​ລະ​ປ​ຶກ​ສາ​ຫາ​ລື ກ່ຽວ​ກັບ ຫົວ​ຂໍ້ “ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ” ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ພິ​ເສດ​ຈາກວົງ​ການ​ນັກ​ຂ່າວ ດ້ວຍ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ບັນ​ດາ​ນັກ​ປ​ະ​ຖະ​ກະ​ຖາ ນັ້ນ​ແມ່ນ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ລັ່ງ  Jean Yves Le Drian, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີວີ້ງ ແລະ ຮອງຫົວ​ຫນ້າ​ເສ​ນາ​ທິ​ການ​ໃຫຍ່ ກອງ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ ຊວນ​ຈຽນ​ກົ້ວ ກັບ​ບັນ​ດາ​ນັກ​ຮຽນ​ຮູ້​ພາຍ​ໃນ​ພາກ​ພື້ນ ແລະ ໂລກ.

ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນທີ່ກອງ​ປະ​ຊຸມ Shangri La ຄັ້ງນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຫງວຽ​ນ​ຈີວີ້ງ ໄດ້​ຕີ​ລາ​ຄາ​ສະ​ພາບ​ການ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ​ຍັງ​ຊ້ອນ​ແຝງ​ຫລາຍ​ປັດ​ໄຈ​ສັບ​ສົນ, ຄວນ​ໄດ້​ຮັບ​ການ​ຄາດ​ຄະ​ເນ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ຢ່າງ​ທັນ​ການ.

        ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ຮອງ​​ລັດ​ຖະ​ມົນ​ຕີ ຫງວຽນ​ຈີວີ້ງ ເນັ້ນ​ຫນັກ​ວ່າ: “ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ເດັດ​ດ່ຽວ, ຢືດ​ໝັ້ນ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ການ​ບິນ ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ໃນ​ຂະ​ນະ​ນັ້ນ ຍັງ​ຄົງ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ ແລະ ບັນ​ດາ​ປະ​ເທດ​ກ່ຽວ​ຂ້ອງ​ເພ​ື່ອ​ສ້າງ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊອກ​ຫາ​ບັນ​ດາ​ຈຸດ​ລວມ​ໃນ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ພ້ອມ​ທັງ​ຕໍ່​ສູ້​ຢ່າງ​ກົງ​ໄປ​ກົງ​ມາ​ບົນ​ຈິດ​ໃຈ​ສ້າງ​ສັນ.”

        ໃນ​ຂະ​ນະ​ນັ້ນ ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ​ຈີນ, ພົນ​ເອກ ຊວນ​ຈຽນ​ກົ້ວ ໃຫ້​ຮູ້​ວ່າ: ຈີນ ພວມ​ຊອກ​ຫາ​ຄວາມ​ເຂົ້າ​ໃຈ ແລະ ປະ​ນິ​ປະ​ນອມ​ເຊິ່ງ​ກັນ ແລະ​ກັນ ໃນ​ການ​ຂັດ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ ລວມ​ມີ ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ທ່ານ​ລັດ​ຖະ​ມົນ​ຕ​ີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ລັ່ງ Jean Yves Le Drian ໄດ້​ເນັ້ນ​ຫນັກ​ວ່າ ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ນັ້​ນ​ແມ່ນ​ຕ້ອງ​ສ້າງ​ປະ​ມວນ​ຂໍ​້​ກຳ​ນົດ​ການ​ປ​ະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

 

       

ຕອບກັບ

ຂ່າວ/ບົດ​ອື່ນ