ຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:daidoanket.vn
|
(vovworld)- ວັນທີ 18/1, ກອງປະຊຸມຄັ້ງທີ 5 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 7 ໄດ້ອັດລົງ ພາຍຫລັງເຮັດວຽກມາເປັນເວລາ 2 ມື້. ກ່າວຄຳເຫັນອັດກອງປະຊຸມ, ທ່ານ ຮູ່ນດາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຊີ້ແຈງວ່າ: ບັນດາບົດປະກອບຄຳຄິດຄຳເຫັນທີ່ກອງປະຊຸມ ແມ່ນຄຳເຫັນທີ່ສຸດຈິດສຸດໃຈ, ເລິກເຊິ່ງ ແລະ ພູມປັນຍາ, ບໍ່ພຽງແຕ່ປະກອບສ່ວນເຂົ້າໃນບັນດາຮ່າງເອກະສານ ໂດຍຄະນະປະທານຍົກອອກມາເທົ່ານັ້ນ ຫາກຍັງຍົກຂໍ້ສະເຫນີກ່ຽວກັບການຊີ້ນຳນຳພາຂອງພັກສຳລັບພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ວຽກງານແນວໂຮມໃນສະພາບການໃຫມ່, ພິເສດ ແມ່ນການປະກອບສ່ວນຢ່າງສຸດຈິດສຸດໃຈໃຫ້ແກ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານ ຮູ່ນດາມ ກ່າວວ່າ:
“ເສີມຂະຫຍາຍປະຊາທິປະໄຕ ແນວໂຮມປະເທດຊາດ ຕ້ອງເສີມຂະຫຍາຍບົດບາດຂອງຕົນ, ຂົນຂວາຍປະຊາຊົນເຂົ້າຮ່ວມການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ກາຍເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ກ່ອນອື່ນໝົດແມ່ນການປະກອບຄຳເຫັນໃຫ້ແກ່ລັດຖະທຳມະນູນປີ 1992. ຍູ້ແຮງປະສິດທິຜົນການເຄື່ອນໄຫວຕິດຕາມກວດກາ ແລະ ພິຈາລະນາສອ່ງແສງສັງຄົມ.”