ອັດກອງປະຊຸມຄັ້ງທີ9ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11

ອັດກອງປະຊຸມຄັ້ງທີ9ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ11 - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກ່າວຄຳປາໄສອັດກອງປະຊຸມ

(vovworld) - ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວລາ 7 ວັນ, ຕອນ​ບ່າຍ​ວັນ​ທີ 14/5, ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ​ໄດ້​ອັດ​ລົງ, ຊື່ງສຳ​ເລັດ​ທັງ​ໝົດ​ເນື້ອ​ໃນ​ແຜນການ​ທີ່​ໄດ້​ວາງ​ອອກ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟ​ູຈ້ອງ ​ເປັນ​ປະທານກອງ​ປະຊຸມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ອັດ​ກອງ​ປະຊຸມ.

ກອງ​ປະຊຸມ​ໄດ້​ພິຈາລະນາ​ໝາກຜົນ​ແຫ່ງ​ການສະຫລຸບ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​​ຫວຽດນາມ​ທີ່​ກ້າວຫນ້າ, ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ​ເຫັນ​ດີ​ປະກາດ​ໃຊ້​ມະຕິ​ສະບັບ​ໃຫມ່​ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ.

ກອງ​ປະຊຸ​ມສູ​ນກາງ​ຄັ້ງ​ທີ 9 ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ແນ​ວຄິດ​ຊີ້​ນຳນຳພາ, ກຳ​ນົດທິດ​ສ້າງ​ໂຄງການ​ການ​ເມືອງ ​ແລະ ບັນດາຮ່າງ​ເອກະສານ​ໃຫ້ສົມບູນ​ແບບ​ເພື່ອ​ຍື່ນ​ສະ​ເຫ​ນີຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟ​ູຈ້ອງ ຊີ້​ແຈ້ງວ່າ: ​ໂດຍ​ຮັບ​ຮູ້​ໄດ້ຢ່າງ​ຈະ​ແຈ້ງ​ບັນດາ​ຂໍ້​ສະດວກ, ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ພວມ​ວາງ​ອອກ ​ແລະ ອະທິປະ​ໄຕ, ນະ​ໂຍບາຍ, ມາດ​ຕະການຄວນ​ນຳ​ໃຊ້ ​ເພື່ອຮັກສາ​ເອກະລາດ, ອະ​ທິປະ​ໄຕ, ຄວາມ​ສະຫງົບ​ແຫ່ງ​ຊາດ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ​ແກ່​ການ​ພັດທະນາ.

ກ່ຽວ​ກັບ​ການ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້ແທນທົ່ວປະເທດ ຄັ້ງ​ທີ 12 ຂອງ​ພັກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

“ສູນ​ກາງ​ພັກໄດ້​ປະກອບ​ຫລາຍ​ຄຳຄິດຄຳເຫັນລະອຽດ, ຖືກ​ຕ້ອງ​ຊັດ​ເຈນ​ໃສ່​ຫນັງສື​ຍື່ນ​ສ​ະ​ເຫນ​ີ ​ແລະ ຮ່າງ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ. ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ວຽກ​ງານ​ສຳຄັນ ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ໂດຍ​ໄວ ດ້ວຍ​​ເນື້ອ​ໃນ​ຈິດ​ໃຈ​ສືບ​ຕໍ່​ປ່ຽນ​ໃຫມ່​ຕາມ​ທິດ​ແທດ​ຈິງ,​ມີ​ປະສິດທິ​ຜົນ,​ເສີມ​ຂະຫຍາຍ​ປະ​ຊາ​ທິປະ​ໄຕ ​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາ​ຫລັກການ, ​ກົດ​ລະບຽບ​ຂໍ້ບັງຂັບຂອງ​ພັກ, ຮັບປະກັນ​ຄວາມ​ສາ​ມັກ​ຄີ, ຍົກ​ສູງ​ກຳລັງຄວາມ​ສາມາດ​ການ​ຊີ້​ນຳ​ນຳພາ, ກຳລັງ​ຕໍ່ສູ້​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ.”

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນຢັນ​ວ່າ: ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ສຳ​ເລັດ​ຢ່າງ​ຈົບງາມ, ຫນ້າ​ທີ່​ວາງ​ອອກ​ແຕ່​ນີ້​ຮອດ​ທ້າ​ຍ ອາຍຸ​ການ​ຊຸດ​ທີ 11 ​ແມ່ນ​ຫນັກຫນ່ວງ​ທີ່​ສຸດ. ​ເສດຖະກິດ​ສັງຄົມ ​ເຖິງ​ວ່າມ​ີການຫັນປ່ຽນ​ຢ່າງ​ຕັ້ງຫນ້າ, ຖືກ​ຕ້ອງ​ກັບ​ທິດ​ທາງກໍ​ຕາມ ​ແຕ່​ຍັງ​​ສືບ​ຕໍ່​ຕ້ອງ​ປະ​ເຊີນ​ຫນ້າກັບຄວາມ​ຫຍຸ້ງ​ຍາກສິ່ງ​ທ້າ​ທາຍຫລາຍ​ຢ່າງ. ວຽກງານ​ກໍ່ສ້າງ​ພັກ, ສ້າງ​ລະບົບ​ການ​ເມືອງ, ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 ຊຸດ​ທີ 11, ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ບັນລຸ​ໄດ້​ບັນດາ​ໝາກຜົນ​ສຳຄັນ​ໃນ​ເບື້ອງ​ຕົ້ນ ​ແຕ່​ຍັງ​ມີ​ຂໍ້​ຈຳກັດ, ຄວາມ​ອ່ອນ​ດ້ອຍ​ບໍ່​ແມ່ນ​ຫນ້ອຍ.

        ສິ້ນ​ສຸດ​ບົດ​ກ່າວ​ປາ​ໄສ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ, ຮຽກຮ້ອງ​​ໃຫ້ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ ຕ້ອງ​ທຸ່ນທ່ຽງ, ສະຫລາດສະຫລຽວ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ຈິດ​ຫນຶ່ງ​ໃຈດຽວ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ ພ້ອມ​ທັງ​ຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.
ແຈ້ງ​ຂ່າວ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງ​ທີ9​ຊຸດ​ທີ11

(vovworld)- ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຄັ້ງ​ທີ 9 ຊຸດ​ທີ 11 ດຳ​ເນີນ​ໄປ​ແຕ່​ວັນ​ທີ 8- 14/5/2014 ຢູ່ ນະຄອນຫລວງ​ຮ່າ​ໂນ້ຍ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ: ການສະຫລຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ພື້ນຖານ​ວັດທະນະທຳ​ຫວຽດນາມ​ທີ່​ກ້າວຫນ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍສີສັນ​ຊາດ, ສ້າງ​ບັນດາ​ຮ່າງ​ເອກະສານ​ໃຫ້​ສົມບູນ​ແບບ​ເພື່ອ​ຍື່ນ​         ສະ​ເຫ​ນີຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ກຳນົດ​ທິດ​ທາງ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ຂໍ​້ກຳນົດ​ກົດ​ລະບຽບ​ການ​ເລືອກ​ຕັ້ງ​ໃນ​ພັກ; ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸ​ດທີ 11 ກ່ຽວ​ກັບ​ການກໍ່ສ້າງ​ພັກ, ສະຫລຸບ​ການ​ປະຕິບັດ​ທົດ​ລອງ​ບໍ່​ຈັດ​ຕັ້ງ​ສະພາ​ປະຊາຊົນ​ເມືອງ, ຕາ​​ແສງ ​ແລະ ບາງ​ບັນຫາ​ສຳຄັນ​ອື່ນ.

ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ຮັບ​ຮູ້​ວ່າ: ໝາກຜົນ​ພົ້ນ​ເດັ່ນ​ພາຍຫລັງ 15 ປີ ​ແຫ່ງ​ການ​ປະຕິບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 5 ຊຸດ​ທີ 8 ກ່ຽວ​ກັບ​ວັດທະນະທຳ ມີ​ບາດກ້າວ​ປ່ຽນ​ໃຫມ່, ພັດທະນາ. ບົດບາດ​ຂອງ​ວັດທະນະທຳ​ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ, ມີ​ຫລາຍ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ. ສິດ​ເສລີ​ໃນ​ການ​ເຊື່ອ​ຖື​, ການ​ເຫລື້ອມ​ໃສສາສະຫນາ ​ແລະ ການ​ເຄື່ອນ​​ໄຫວ​ວັດທະນະທຳ​ຈິດ​ວິນ​ຍານ​ຂອງ​ປະຊາຊົນ​ໄດ້​ຮັບປະກັນ. ຄະນະ​ບໍລິຫານ​ງານ​ສູນ​ກາງພັກ ​ເຫັນ​ດີ ປະກາດ​ໃຊ້​ມະຕິ“ກ່ຽວ​ກັບ​ການ​ສ້າງ ​ແລະ ພັດທະນາ​ວັດທະນະທຳ, ຊາວ​ຫວຽດນາມ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ປະ​ເທດ​ຊາດແບບ​ຍືນ​ຍົງ.”

​ໃນ​ບົດ​ແຈ້ງ​ຂ່າວຍັງ​ຊີ້​ແຈ້ງວ່າ: ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ຕິດຕາມ​ສະພາບ​ການ, ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຂອງ​ຫວຽດນາມ ​​ຄັດຄ້ານ, ຕໍ່ສູ້, ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຕ້ອງ​ຢຸດຕິ​ການ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ່​ຢາງ 981 ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແລະ ຢືນຢັນ: ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຫວຽດນາມ ຈົ່ງ​ສາມັກ​ຄີ​ເປັນ​ຈິດ​ຫນ່ືງ​ໃຈ​ດຽວ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງປະ​ເທດ​ຊາດ, ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ, ຄວາມຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍທະ​ເລ​ປີ 1982, ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ຫວຽດນາມ ​ແລະ ຈີນ, ພ້ອມ​ທັງ​ຮັກສາ​ສັນຕິ​ພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ.

 


ຕອບກັບ

ຂ່າວ/ບົດ​ອື່ນ