ອັດກອງປະຊຸມສຸດຍອດ ນາໂຕ


 ອັດກອງປະຊຸມສຸດຍອດ ນາໂຕ - ảnh 1

(ພາບ: http://vtv.vn)

 (vovworld)- ​ ກອງ​ປະຊຸມ​ສຸດ​ຍອດ​ນາ​ໂຕ​ໄດ້​ອັດ​ລົງ​ໃນ​ວັນ​ທີ 5/9 ດ້ວຍການ​ຮັບຮອງ​ເອົາ​ແຜນການ​ເຄື່ອນ​ໄຫວ​ຍົກ​ສູງ​ຄວາມ​ສາມາດ​ກຽມພ້ອມ​ສູ້​ຮົບ​ຂອງ​ພັນທະ​ມິດ. ຕາມ​ທ່ານ​ເລຂາທິການ​ໃຫ່ຍນາ​ໂຕ Anders Fogh Rasmussen ​ແລ້ວ, ​ຈະ​ສ້າງຕັ້ງກຸ່ມ​ປະຈັນບານ​ພິ​ເສດ​ດ້ວຍ​ຈຳນວນ​ນັບ​ພັນ​ຄົນ​ທີ່​ມີ​ຄວາມສາມາດ​ຜັນ​ຂະຫຍາຍ​ຢູ່​ບໍ່​ວ່າ​ແຫ່ງ​ໃດ​ໃນ​ໂລກ​ໃນ​ຮອບ​ເວລາ 2 ວັນ. ທ່ານ ​ Rasmussen ເນັ້ນໜັກ​ວ່າ,  ບັນດາ​ມາດ​ຕະການ​ໄດ້​ຮັບ​ຄວາມ​ເປັນ​ເອກະ​ພາບ​ຈາກ​ນາ​ໂຕ ຄວນ​ກ່າວ​ເຕືອນ​ວ່າ ບັນດາ​ສັດຕູ​ຂອງ​ນາ​ໂຕ​ຈະ​ຖືກ​ທົ່ວ​ພັນທະ​ມິດ​ຕ້ານ​ຄືນ ​ແລະ ທ່ານ​ຢັ້ງຢືນວ່າ: ສົນ​ທີ​ສັນຍາ​ພື້ນຖານ​ລັດ​ເຊຍ-​ນາ​ໂຕ 1997 ຍັງ​ມີ​ຜົນ​ສັນ​ສິດ​ຢູ່. ພາຍຫຼັງ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ນາ​ໂຕ, ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງນີ້, ​ໃນ​ນັ້ນ ຊີ້​ແຈ້ງວ່າ, ການ​ຊ້ອມ​ຮົມ​ຂອງ​ນາ​ໂຕ​ຢູ່ ຢູ​ແກຼນ ກ່ອນ​ທ້າຍ​ປີ 2014 ຈະ​​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ./.

ຂ່າວ/ບົດ​ອື່ນ