ອັດກອງປະຊຸມສະມັດຊາໃຫຍ່AIPA-36ຢູ່ມາເລເຊຍ

ອັດກອງປະຊຸມສະມັດຊາໃຫຍ່AIPA-36ຢູ່ມາເລເຊຍ - ảnh 1
(ພາບປະກອບ: Vietnam+)

(vovworld) – ທີ່​ວາລະ​ອັດ​ປະຊຸມ​ສະມັດ​ຊາ​ໃຫຍ່ AIPA – ​36 ມາ​ເລ​ເຊຍ, ​ໃນ​ວັນ​ທີ 11/09, ທ່ານ​ປະທານ AIPA – 36, ປະທານ​ສະພາ​ຕໍ່າ​ປະ​ເທດ​​ເຈົ້າ​ພາບ​ມາ​ເລ​ເຊຍ Amin Haji Mulia ຢືນຢັນ​ວ່າ AIPA – ​36 ບັນລຸ​ຜົນສຳ​ເລັດ​ຢ່າງ​ດີງາ​ມ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າ​ງຕັ້ງໜ້າ​ຂອງ​ຜູ້​ແທນທຸກໆ​ທ່ານ​ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ສະມາຊິກ AIPA ​ແລະ ບັນດາ​ປະ​ເທດ​ສັງ​ເກດ​ການ. ໝາກຜົນ​ຂອງກອງ​ປະຊຸມ​ສະມັດຊາ​​ໃຫຍ່​ຄັ້ງ​ນີ້ ຈະ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ ​ເຂົ້າ​ໃນ​ການ​ບັນລຸ​ບັນດາ​​ເປົ້າໝາຍ​ລວ​ມຂອງ​ປະຊາ​ຄົມ​ອາ​ຊຽນ. ຕາມ​ທ່ານ​ປະທານ AIPA – ​36 ​ແລ້ວ, ​ໃນ​ຊຸມ​ມື້​ດຳ​ເນີນ​​ເຫດການ, ດ້ວຍ​ຫົວ​ຂໍ້ “​ເຊື່ອມ​ຈອດ​ປະຊາ​ຄົມ​ອາ​ຊຽນ ມຸ້ງ​ໄປ​ເຖິງ​ປະຊາຊົນ, ຖືກ​ປະຊາຊົນ​ເປັນ​ໃຈກາງ​ເພື່ອ​ຄວາມ​ຮອບດ້ານ”, ບັນດາ​ຄະນະ​ກຳມະການ​ທີ່​ມີໜ້າ​ທີ່​ຂອງ AIPA ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ທັດ​ສະ​ນຳ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ. ບັນດາ​ຜູ້​ແທນ​ກໍ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນ​ຫາ​ກຽວ​ຂ້ອງ​ເຖິງ​ແມ່ຍິງ​ຄື ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ຜູ້​ມີ​ອາຍຸ​ສູງ…

ຂ່າວ/ບົດ​ອື່ນ