ອັດກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14

(VOVWORLD) - ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 7 ສະບັບເພື່ອສືບຕໍ່ຫັນລັດຖະທຳມະນູນປີ 2013
ອັດກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຊຸດທີ 14 - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14 ໄດ້ອັດລົງໃນວັນທີ 15 ມິຖຸນາ

ຕອນເຊົ້າວັນທີ 15 ມິຖຸນາ, ທີ່ສຳນັກງານສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ສະພາແຫ່ງຊາດຊຸດທີ 14 ໄດ້ວາລະປິດກອງປະຊຸມສະໄໝສາມັນເທື່ອທີ 5. ກ່າວຄຳເຫັນນະພິທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ໃນກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 7 ສະບັບເພື່ອສືບຕໍ່ຫັນລັດຖະທຳມະນູນປີ 2013 ເປັນລະບອບລະບຽບການ, ປັບປຸງລະບົບກົດໝາຍກ່ຽວກັບການພັດທະນາເສດຖະກິດ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ສົມບູນແບບ. ປະກອບຄຳເຫັນໃສ່ກົດໝາຍອື່ນ 9 ສະບັບ, ເປັນພື້ນຖານເພື່ອໃຫ້ບັນດາອົງການຮຽບຮຽງ, ອົງການກວດກາສືບຕໍ່ຄົ້ນຄ້ວາ ດັດປັບ, ປັບປຸງໃຫ້ສຳເລັດ ຍື່ນຕໍ່ສະພາແຫ່ງຊາດຮັບຮອງເອົາຢູ່ກອງປະຊຸມທີ່ຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        “ບັນດາຮ່າງກົດໝາຍໄດ້ຮັບການພິຈາລະນາ, ໃຫ້ຄຳເຫັນ, ຮັບຮອງເອົາຢູ່ກອງປະຊຸມໄດ້ຮັບການປຶກສາຫາລື, ໂຕ້ວາທີຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບ, ມີພູມປັນຍາ, ມີຄວາມສຸດຈິດສຸດໃຈຈາກ ສສຊ, ສະແດງຄວາມເຫັນຢ່າງຈະແຈ້ງ ແລະ ຕັດສິນໃຈຮັບຮອງເອົາດ້ວຍອັດຕາບັດສະໜັບສະໜູນສູງ. ສຳລັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ, ບົນພື້ນຖານຮັບເອົາຄຳເຫັນຢ່າງເຂັ້ມງວດຈາກ ສສຊ, ປະຊາຊົນທຸກຊັ້ນວັນນະ ແລະ ຜູ້ມີສິດເລືອກຕັ້ງ, ພາຍຫຼັງຄິດໄລ່ຊັ່ງຊາຫຼາຍດ້ານ, ສະພາແຫ່ງຊາດໄດ້ຕົກລົງດັດປັບເວລາຮັບຮອງເອົາກົດໝາຍສະບັບດັ່ງກ່າວຈາກກອງປະຊຸມຄັ້ງນີ້ ໄປສູ່ກອງປະຊຸມຄັ້ງທີ 6 ເພື່ອມີເວລາຄົ້ນຄ້ວາ, ປັບປຸງ, ຮັບປະກັນຄຸນນະທາດ, ລັກສະນະເປັນໄປໄດ້ຂອງຮ່າງກົດໝາຍສະບັບນີ້ຕື່ມອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ