ອັດກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດ ຂັ້ນສູງ ອາຊຽນ ເປີດກ້ວາງ

 ອັດກອງປະຊຸມເຈົ້າໜ້າທີ່ປ້ອງກັນຊາດ ຂັ້ນສູງ ອາຊຽນ ເປີດກ້ວາງ  - ảnh 1
ສະພາບການຢູ່ກອງປະຊຸມ

(ພາບ:btv.org.vn)

( vovworld ) –  ກອງ​ປະຊຸມ​ເຈົ້າໜ້າ​ທີ່​ປ້ອງ​ກັນຊາ​ດຂັ້ນສູງ ອາຊຽນ ​ເປີດ​ກ້ວາງ (ADSOM+) ຫາ​​ກໍ່ໄດ້​ອັດ​ລົງ​ເມືອ​ຕອນ​ບ່າຍວັນ​ທີ 26/4, ຢູ່​ຊຽມຣຽບ (ກຳປູ​ເຈຍ). ທີ່​ກອງ​ປະຊຸມ​, ບັນດາ​ຜູ້​ແທນ​ໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ປອດ​ໄພ ​ແລະ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ​ເຫັນ​ດີ​ເປັນ​ເອກະສັນ ຕ້ອງ​ແກ້​ໄຂ​ບັນດາ​ບັນຫາ​ໃນ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ຕາມ​ກົດໝາຍ​ສາກົນ​ກໍ່​ຄື​ບັນດາ​ຄຳໝັ້ນສັນຍາ​ໃນ​ພາກ​ພື້ນ ຊື່​ງບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ໄດ້​ພ້ອມ​ກັນ​ລົງ​ນາມ. ຜູ້ຕາງໜ້າ​ຝ່າຍ​ຈີນ​ຢືນຢັນ​ວ່າ ຈີນ ​ມີ​ແຜນ​ນະ​ໂຍບາຍ​ຊອກ​ຫາ​ທຸກໆ​ມາດ​ຕະການ​ແກ້​ໄຂ​ສັນຕິພາບ ​ໂດຍ​ຜ່ານ​ການ​ເຈລະຈາ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ປາດ​ຖະໜາ​ວ່າ ປະ​ເທດ​ຕ່າງໆ​ທີ່​ກ່ຽວຂ້ອງ ຕ້ອງ​ຊອກ​ຫາ​ວິທີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເຂດ​ທະ​ເລ​ແຫ່ງ​ນີ້. ຍີ່ປຸ່ນ ​ແລະ ກຳປູ​ເຈຍ ສະໜັບສະໜູນ​ການ​ເປີດ​ກ້ວາງ​ເວທີ​ປາ​ໄສ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງທະ​ເລ. ​ໃນ​ຂະນະ​ນັ້ນ, ຄະນະ​ຜູ້​ແທນ ອາ​ເມ​ລິ​ກາ ​ໄດ້​ອອກສຽງ​ຊົມ​ເຊີຍ​ບັນດາ​ຄວາມ​ຄຶບໜ້າ​ໃນ​ມໍ່​ໆມາ​ນີ້ ​ໃນ​ການ​ສ້າງ​ປະມວນ​ຫຼັກການ​ການ​ປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ…..

   ສ່ວນ​ທ່ານພົນ​ໂທ Nguyen Chi Vinh, ຫົວໜ້າ​ຄະນະ​ເຈົ້າໜ້າ​ທີ່​ປ້ອງ​ກັນຊາ​ດ ຂັ້ນສູງ ຫວຽດນາມ ​ເນັ້ນໜັກ​ວ່າ ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ເພີ່ມ​ທະວີ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບຢູ່​ທະ​ເລ​ຕາ​ເວັນ​ອອກ, ນັບ​ທັງ​ຂອບ​ເຂດ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ. ກ່ຽວ​ກັບ​ການ​ຮ່ວມ​ມື​ທີ່​ມີ​ປະສິດທິ​ຜົນ​ລະຫວ່າງ ຫວຽດນາມ ​ແລະ ຈີນ​ໃນທະ​ເລ​ຕາ​ເວັນ​ອອກ, ທ່ານພົນ​ໂທ Nguyen Chi Vinh ​ເນັ້ນໜັກ​ວ່າ: “ທຸກໆ​ປະ​ເທດ​ລ້ວນ​ແຕ່​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ ຫວຽດນາມ ​ແລະ ຈີນ ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ​ຜູ້​ຊ່ຽວຊານ​ກ່ຽວ​ກັບ​ການ​ກູ້​ຊ່ວຍ​ໄພພິບັດ. ນີ້​ແມ່ນ 1 ​ໃນ​ຈຳນວນ 5 ກຸ່ມ​ຜູ້​ຊ່ຽວຊານ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ເປີດ​ກ້ວາງ​ ກັບ​ບັນດາ​ປະ​ເທດ​ອາ​ຊຽນ. ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ເຮັດ​ໃຫ້​ກຸ່ມ​ຜູ້​ຊ່ຽວຊານ​ອື່ນໆ​ຖື​ວ່າ ຕ້ອງ​ຮ່ຳຮຽນ ທັງ​ກ່ຽວ​ກັບ​ລະດັບ​ຄວາມ​ໄວ​ກໍ​ຄື​ຄວາມ​ຮັບຜິດຊອບ​ດ້ານ​ເນື້ອ​ໃນ“.

 

 

 

 

 

ຂ່າວ/ບົດ​ອື່ນ