ອັດສັບປະດາວັດທະນະທຳມາເລຊຍ-ອິນໂດເນເຊຍ-ຫວຽດນາມ


ອັດສັບປະດາວັດທະນະທຳມາເລຊຍ-ອິນໂດເນເຊຍ-ຫວຽດນາມ - ảnh 1
ລາຍ​ການ​ສິ​ລະ​ປະ​ໃນ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ 
ພາບ:baothainguyen

(vovworld)- ຕອນ​ຄ່ຳ​ວັນ​ທີ 10/12, ຢູ່​ຫໍ​ພິ​ພິດ​ທະ​ພັນ ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ (ນະ​ຄອນ ທາຍງວຽນ), ລາຍ​ການ​ສັບ​ປະ​ດ​າ​ວັດ​ທະ​ນະ​ທຳ ມາ​ເລ​ເຊຍ -ອິນ​ໂດ​ເນ​ເຊຍ-ຫວຽດ​ນາມ ໂດຍ​ກົມ​ຮ່ວມ​ມື​ສາ​ກົນ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ​ຈັດ​ຕັ້ງ ໄດ້​ອັດ​ລົງ. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ນັກ​ສິ​ລະ​ປະ​ການ 9 ຄົນ ແລະ ກຸ່ມ​ນັກ​ສິ​ລະ​ປະ​ການ 3 ປະ​ເທດ ຍ້ອນ​ໄດ້​ມີ​ຜົນ​ງານ​ດີ​ເດັ່ນ​ສ້າງ​ຜົນ​ສຳ​ເລັດ​ຂອງ​ລາຍ​ການ. ສັບ​ປະ​ດາ​ວັດ​ທະ​ນະ​ທຳ ມາ​ເລ​ເຊຍ - ອິນ​ໂດ​ເນ​ເຊຍ - ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ເຕັກ​ນິກ​ໃນ​ການ​ຕຳ​ແຜ່ນ, ຜະ​ລິດ ຜ້າ batick ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ທີ່​ເປັນ​ມູນ​ເຊື້ອ​ທີ່​ຕິດ​ພັນ​ກັບ​ສະ​ພາບ​ແວດ​ລ້ອມ​ທຳ​ມະ​ຊາດ, ຊຸກ​ຍູ້​ການ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃຫມ່, ນຳ​ມາ​ເຊິ່ງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອ​ງ​ທ່ຽວ​ມີ​ຄຸນ​ຄ່າ. ເຫດ​ການ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ສາມ​ປະ​ເທດ ໄດ້​ປະ​ກອບ​ສ່ວນ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ຄຸນ​ຄ່າ, ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ແລະ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ