ອິດສຣາແອນປິດລ້ອມບັນດາເຂດຊາວປາແລດສຕິນຢູ່ Jerusalem ຕາເວັນອອກ

ອິດສຣາແອນປິດລ້ອມບັນດາເຂດຊາວປາແລດສຕິນຢູ່ Jerusalem ຕາເວັນອອກ - ảnh 1
ອິດສຣາແອນປິດລ້ອມບັນດາເຂດ
ຊາວປາແລດສຕິນຢູ່ Jerusalem ຕາເວັນອອກ
(ພາບ: Reuters)


(vovworld) – ວັນ​ທີ 14/10, ອິດສຣາ​ແອນ ​ເລີ່​ມຕັ້ງ​ດ່ານ​ກວດກາ​ຢູ່​ບັນດາ​ເຂດ​ຂອງ​ຊາວ​ປາ​ແລດ​ສຕິນ ຢູ່ Jerusalem ຕາ​ເວັນ​ອອກ, ພ້ອມ​ທັງ​ຜັນ​ຂະຫຍາຍ​ພົນທະ​ຫານ​ຢູ່​ບັນດາ​ເສັ້ນທາງ​ໃຫຍ່ ​ເພື່ອ​ແນ​ໃສ່​ຮັບ​ມືກັບ​ກະ​ແສ​ຟອງ​ບຸກ​ໂຈມ​ຕີ​ທີ່​ນັບ​ມື້​ນັບ​ເພີ່ມ​ທະວີຂຶ້ນ. ການ​ກະທຳ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໄປ ພາຍຫຼັງ​ຂໍ້​ຕົກ​ລົງ​ຂອງ​ຄະນະ​ລັດຖະບານ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ​ນີ້, ​ໃນ​ສະພາບ​ບັນດາ​ການ​ບຸກ​ໂຈມ​ຕີ​ໃຊ້​ຄວາມ​ຮຸນ​ແຮງ​ກ່ອນ​ນັ້ນ 1 ວັນ, ​ເຮັດ​ໃຫ້ຊາວ​ຢິວ 3 ຄົນ​ເສ​ຍຊີວິດ ຢູ່ Jerusalem. ກອງທັບ​ອິດສຣາ​ແອນ ​ໃຫ້​ຮູ້​ວ່າ, ​ເລື່ອງ​ເພີ່ມ​ທະວີ​ບັນ​ດາ​ກົມ​ກອງ​ທະຫານ​​​ແມ່ນ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ກຳລັງ​ຕຳຫຼວດ​ຮັກສາ​ຄວາ​ມ​​ເປັນ​ລະບຽບຮຽບຮ້ອຍ ​ແລະ ສະກັດ​ກັ້ນ​ບັນດາ​ການ​ບຸກ​ໂຈມ​ຕີ​ໃຊ້​ຄວາມ​ຮຸນ​​ແຮງ.

ຂ່າວ/ບົດ​ອື່ນ