ອົດສະຕາລີ ຍົກເລີກຂໍ້ຕົກລົງຂອງລັດ Victoria ເຂົ້າຮ່ວມຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງ

(VOVWORLD) -ທ່ານນາງລັດຖະມົນຕີໄດ້ຍົກເລີກຂໍ້ຕົກລົງ 4 ສະບັບຂອງອຳນາດການປົກຄອງ Victoria, ໃນນັ້ນມີຂໍ້ຕົກລົງ 2 ສະບັບກ່ຽວຂ້ອງເຖິງ BRI.
ອົດສະຕາລີ ຍົກເລີກຂໍ້ຕົກລົງຂອງລັດ Victoria ເຂົ້າຮ່ວມຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne
(ພາບ: AFP)

ອົດສະຕາລີ ຫາກໍ່ຖະແຫຼງຍົກເລີກຂໍ້ຕົກລົງຂອງອຳນາດການປົກຄອງລັດ Victoria ທີ່ເຂົ້າຮ່ວມຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງ (BRI) ຂອງຈີນ ດ້ວຍສາຍເຫດທີ່ວ່າ ຂໍ້ຕົກລົງດັ່ງກ່າວບໍ່ເໝາະສົມກັບນະໂຍບາຍການຕ່າງປະເທດຂອງ Canberra. ວັນທີ 21 ເມສາ, ທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Marise Payne ໃຫ້ຮູ້ວ່າ, ທ່ານນາງໄດ້ຍົກເລີກຂໍ້ຕົກລົງ 4 ສະບັບຂອງອຳນາດການປົກຄອງ Victoria, ໃນນັ້ນມີຂໍ້ຕົກລົງ 2 ສະບັບກ່ຽວຂ້ອງເຖິງ BRI. ທ່ານນາງລັດຖະມົນຕີ ຢືນຢັນວ່າ, ບັນດາຂໍ້ຕົກລົງດັ່ງກ່າວບໍ່ເໝາະສົມກັບນະໂຍບາຍການຕ່າງປະເທດຂອງ ອົດສະຕາລີ ຫຼື ບໍ່ເປັນຜົນດີໃຫ້ແກ່ການພົວພັນຕ່າງປະເທດຂອງປະເທດນີ້ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການພົວພັນກັບຕ່າງປະເທດ ເຊິ່ງໄດ້ຮັບການຮັບຮອງເອົາເມື່ອປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ