ອິດສະຣາແອນ ວິຕົກກັງວົນ ຕໍ່ແຜນການຂອງ ອີຢູ ທີ່ຫ້າມພົວພັນແລກປ່ຽນກັບເຂດຕັ້ງຖິ່ນຖານຄົງທີ່ຂອງຊາວ ຢິວ

ອິດສະຣາແອນ ວິຕົກກັງວົນ ຕໍ່ແຜນການຂອງ ອີຢູ ທີ່ຫ້າມພົວພັນແລກປ່ຽນກັບເຂດຕັ້ງຖິ່ນຖານຄົງທີ່ຂອງຊາວ ຢິວ - ảnh 1
ເຂດຕັ້ງຖິ່ນຖານໂຄງທີ່ແຫ່ງໜຶ່ງຂອງຊາວຢິວ
(ພາບ: AFP/TTXVN)

(vovworld) - ຕໍ່ໜ້າ​ແຜນການ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ທີ່ຫ້າມ​ບັນດາ​ປະ​ເທດ​ສະມາຊິກ​ພົວພັນ​ແລກປ່ຽນ​​ກັບ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂອງ ຊາວ​ຢິວ, ຜູ້​ຕາງໜ້າ​ຂອງ​ລັດຖະບານ ອິດສະຣາ​ແອນ ​ໄດ້​​ພົບ​ປະ​ກັບ​ເອກ​ອັກຄະ​ລັດຖະທູດ ອັງກິດ, ຝຣັ່ງ ​ແລະ ຮອງ​ຜູ້ຕາງໜ້າ​ເຢຍລະມັນ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ແຜນການ​ດັ່ງກ່າວ​ຂອງ ອີ​ຢູ. ກ່ອນ​ໜ້າ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ໄດ​້ຕຳ​ນິຕິ​ຕຽນ​ຂໍ້​ຕົກລົງ​ດັ່ງກ່າວ, ຖື​ວ່າ ສະຫະພາບ​ເອີ​ລົບ ຄວນ​ສຸ​​ມ​ໃສ່​ເຂົ້າ​ບັນດາ​ບັນຫາ​ເປັນ​ໜ້າ​ວິຕົກ​ວັງ​ວົນ​ຢູ່​ພາກ​ພື້ນ​ຄື: ວິ​ກິດ​ການ​ຢູ່ ຊີຣີ ​ແລະ ​ຄົງການ​ນິວ​ເຄຼຍຂອງ ອີຣານ, ​ແທນ​ທີ່​ນະ​ໂຍບາຍ​ຕັ້ງ​ຖິ່ນ​ຖານ​ໂຄງ​ທີ່​ຂອງ ອິດສະຣາ​ແອນ. ທ່ານ​ກໍ່​ກ່າວ​ເຕືອນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ທ່ານ John Kerry ທີ່​ພວມ​​ປະຕິບັດ​ງານ​ເຖິງ​ຕາ​ເວັນ​ອອກ​ກາງ​ວ່າ: ອີ​ຢູ ພວມ​ທຳລາຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ເລີ່​ມ​ດຳ​ເນີນ​ຮອບ​ເຈລະຈາ​ໂດຍ​ກົງ​ລະຫວ່າງ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕີ​ນ.

ຂ່າວ/ບົດ​ອື່ນ