ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຕື່ມອີກ200ຫລັງຢູ່Jerusalemຕາເວັນອອກ

ອິດສະຣາແອນກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຕື່ມອີກ200ຫລັງຢູ່Jerusalemຕາເວັນອອກ - ảnh 1
ພາບ​ປະ​ກອບ:baomoi.com

(vovworld)-​​ວັນ​ທີ 12/11, ຄະ​ນະ​ກຳ​ມະ​ການ​ແຜນ​ການ ແລະ ກໍ່​ສ້າງ​ທ້ອງ​ຖິ່ນ ຂຶ້ນ​ກັບ​ສຳ​ນັກ​ປົກ​ຄອງ Jerusalem ​ໄດ້ຮັບ​ຮອງ​ເອົາ​ແຜນການກໍ່​ສ້າງ​ເຮືອນ​ຕັ້ງ​ຖິ່​ນ​ຖານ​ຄົງ​ທີ່​ຕື່ມ​ອີກ 200 ຫລັງ ຢູ່ Jerusalem ຕາ​ເວັນ​ອອກ ຊື່ງ​ແມ່ນ​ເຂດ​ມີ​ຊາວ ອາ​ຣັບ ດຳ​ລົງ​ຊີ​ວິດ​ເປັນ​ສ່ວນ​ຫລາຍ ຊື່ງ ອິດ​ສະ​ຣາ​ແອນ ຢືດ​ຄອງ​ຂອງ​ປາ​ແລ​ດ​ສະ​ຕິນ. ນີ້​ເປັນ​ຄັ້ງ​ທີ 3 ໃນ​ເດືອນ 11, ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ການກໍ່​ສ້າງ​ເຮືອນ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຢູ່ Jerusalem. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ​້​ຮັບ​ການ​ຮັບ​ຮອງ​ເອົາ​ໃນ​ສະ​ພາ​ວະ​ຄວາມ​ເຄັ່ງ​ຕຶງ​ ແລະ ການ​ປະ​ທະ​ກັນ​ເພີ່ມ​ຂຶ້ນ​ຢູ່ Jerusalem ໃນ​ຊຸມມື້ມໍ່ໆ​ມານ​ີ້. ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ກ່າວ​ເຕືອນ ບັນ​ດາ​ການກ​ະ​ທຳ​ດັ່ງ​ກ່າວ​ພຽງ​ແຕ່​ເຮັດ​ໃຫ້​ສະ​ພາບ​ຄວາມ​ເຄັ່ງ​ຕຶງ​ຍິ່ງ​ປີນ​ຂັ້ນ​ໄດ​ຢູ່​ນະ​ຄອນນີ້. ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລດ​ສະ​ຕີນ ເນັ້ນ​ຫນັກ​ວ່າ: ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ຂອງ ອິດ​ສະ​ຣາ​ແອນ ແມ່ນ​ເກີນ​ຂອບ​ເຂດ ບໍ່​ອາດ​ຮັບ​ຮູ້​ໄດ້.

ຂ່າວ/ບົດ​ອື່ນ