ອິດສະຣາແອນໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຢູ່Jelusalem ຕາເວັນອອກ

ອິດສະຣາແອນໃຫ້ສັດຕະຍາບັນແຜນການກໍ່ສ້າງເຮືອນຕັ້ງຖິ່ນຖານຄົງທີ່ຢູ່Jelusalem ຕາເວັນອອກ - ảnh 1
ອິດສະ​ຣາ​ແອນ​ມີ​ການ​ກໍ່ສ້າງ​ເຮືອນ​ຢູ່ 381 ຫລັງ ຢູ່ ​ເຂດ Givat Zeev
ພາບ​ປະ​ກອບ:internet

(vovworld) - ຕາມ​ນັ້ນ​ແລ້ວ, ອິດສະ​ຣາ​ແອນ​ມີ​ການ​ກໍ່ສ້າງ​ເຮືອນ​ຢູ່ 381 ຫລັງ ຢູ່ ​ເຂດ Givat Zeev ຂຶ້ນ​ກັບ Jelusalem ຕາ​ເວັນ​ອອກ, ຊື່​ງ​ແມ່ນ​ເຂດ​ທີ່ ອິດສະຣາ​ແອນ​ໄດ້​ໂຮມ​ເຂົ້າ​ເປັນ​ຫນຶ່ງ​ດຽວຢ່າງ​ຜິດ​ກົດໝາຍ​ພາຍຫລັງ​ສົງຄາມ​ປີ 1967. ນີ້​ແມ່ນ​ຄັ້ງ​ທີ 3 ລັດຖະບານ ອິດສະຣາ​ແອນ ​ໃຫ້​ສັດຕະ​ຍາ​ບັນ​ແຜນການ​ກໍ່ສ້າງ​ເຮືອນ​ໃຫມ່​ຕື່ມ​ອີກ ນັບ​ແຕ່​ເມື່ອ​ປ່ອຍ​ນັກ​ໂທດ​ຊາວ ປາ​ແລດ​ສະຕິ​ນ ຄັ້ງ​ຫລ້າ​ສຸດ​ໃນ​ເດືອນ 12/2013. ກອ່ນຫນ້າ​ນັ້ນ ວັນ​ທີ 6/1 ຜ່ານ​ມາ, ອິດສະຣາ​ແອນ ​ໄດ້​ໃຫ້​ສັດຕະຍາບັນ​ແຜນການ​ກໍ່ສ້າ​ງ​ເຮືອນ​ຢູ່​ກວ່າ 270 ຫລັງ ຢູ່ ຝັງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ ​ແລະ ວັນ​ທີ 10/1 ພັດ​ປະກາດ​ແຜນການ​ກໍ່ສ້າງ​ເຮືອນ​ຢູ່ ຕື່ມ​ອີກ 1.800 ຫລັງ​ ຢູ່ ຝັງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ ​ແລະ Jelusalem ຕາ​ເວັນ​ອອກ. ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ປະທານາທິບໍດີ ປາ​ແລດ​ສະຕີ​ນ Mahmud Abbas ​ໄດ້​ກ່າວ​​ເຕືອນ ອິດສະ​ຣາ​ແອນ ພວມ​ສວຍ​ໃຊ້​ບັນດາ​ການ​ເຈລະຈາ​​ໂດຍ​ສັນ​ຕິເພື່ອ​ເປີດ​ກວ້າງ​ບັນດາ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງທີ່ຢູ່​ເຂດ​ຝັງ​ຕາ​ເວັນ​ຕົກ​ແມ່​ນຳ້​ຈໍ​ແດນ ​ໂດຍ​ບໍ່ຫົວຊາ​ຕໍ່​ການ​ຕຳ​ນິຕິ​ຕຽນ​ຂອງ​ສາກົນ.

 

 

 

ຂ່າວ/ບົດ​ອື່ນ