ອິດສະລາແອັນ ສືບຕໍ່ບຸກໂຈມຕີເຂດກາຊາ ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະ ຮັບບາດເຈັບ
(VOVWORLD) - ວັນທີ 25 ເມສາ, ກອງທັບ ອິດສະລາແອັນ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ໂດຍຝ່າຍ ປາແລັດສະຕິນປະກາດ.
ພາບປະກອບ: Getty Images |
ວັນທີ 24 ເມສາ, ກອງທັບອິດສະລາແອັນ ໄດ້ເປີດ ບັ້ນບຸກໂຈມຕີທາງອາກາດຫຼາຍຄັ້ງຕື່ມອີກເລັ່ງໃສ່ເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 44 ຄົນ ແລະ ນັບສິບຄົນຮັບບາດເຈັບ. ໃນນັ້ນ, ການບຸກໂຈມຕີເລັ່ງໃສ່ເຮືອນຫຼັງໜຶ່ງຢູ່ທາງທິດເໜືອນະຄອນ ກາຊາເຮັດໃຫ້ສະມາຊິກໃນຄອບຄົວທັງໝົດ 6 ຄົນເສຍຊີວິດ, ໃນນັ້ນມີເດັກນ້ອຍ 4 ຄົນ. ມາຮອດຕອນເຊົ້າວັນທີ 25 ເມສາ, ກອງທັບ ອິດສະລາແອັນ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ໂດຍຝ່າຍ ປາແລັດສະຕິນປະກາດ. ເຖິງຢ່າງໃດກໍຕາມ, ກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ຢັ້ງຢືນວ່າ ໄດ້ເກີດການປະທະກັນຢ່າງດຸເດືອດລະຫວ່າງນັກຮົບຂອງປະເທດນີ້ ກັບບັນດາມືປືນ ຢູ່ເຂດທາງທິດເໜືອ ເຂດກາຊາໃນຕອນເຊົ້າວັນທີ 24 ເມສາ.