ອີຕາລີ ກະຕຸກຊຸກຍູ້ ອີຢູ ມີການກະທຳເພື່ອຮັບມືກັບສະພາບລາຄາພະລັງງານເພີ່ມຂຶ້ນ

(VOVWORLD) -ທ່ານນາຍົກລັດຖະມົນຕີ Mario Draghi ຖືວ່າ ລາຄາພະລັງງານຈະແມ່ນຈຸດສຸມໃນກອງປະຊຸມທີ່ຈະມາເຖິງຂອງສະພາເອີລົບ.
ອີຕາລີ ກະຕຸກຊຸກຍູ້ ອີຢູ ມີການກະທຳເພື່ອຮັບມືກັບສະພາບລາຄາພະລັງງານເພີ່ມຂຶ້ນ - ảnh 1ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi
(ພາບ: THX/TTXVN)

ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ຮຽກຮ້ອງໃຫ້ສະຫະພາບເອີລົບ (ອີຢູ) ຈົ່ງມີການປະທຳເພື່ອແກ້ໄຂເລື່ອງລາຄາພະລັງງານນັບມື້ນັບເພີ່ມຂຶ້ນ, ພ້ອມທັງຖືວ່າ ຕ້ອງມີມາດຕະການແກ້ໄຂກ່ຽວກັບໂຄງປະກອບ.

        ວັນທີ 03 ພຶດສະພາ, ໃນບົດກ່າວປາໄສຕໍ່ໜ້າລັດຖະສະພາເອີລົບ ຢູ່ Strasbourg, ທ່ານນາຍົກລັດຖະມົນຕີ Mario Draghi ຖືວ່າ ລາຄາພະລັງງານຈະແມ່ນຈຸດສຸມໃນກອງປະຊຸມທີ່ຈະມາເຖິງຂອງສະພາເອີລົບ. ສະຫະພາບ ເອີລົບ ຕ້ອງມີຂໍ້ຕົກລົງຢ່າງແຮງ ແລະ ທັນທີ. ທ່ານນາຍົກລັດຖະມົນຕີ ກໍ່ຖືວ່າ ອີຢູ ຄວນດັດປັບແຜນການທີ່ໄດ້ຜັນຂະຫຍາຍເພື່ອແກ້ໄຂການຟື້ນຟູຫຼັງໂລກລະບາດໂຄວິດ-19, ຕະຫຼອດຮອດວິກິດການ ຢູແກຼນ ແລະ ລາຄາພະລັງງານທີ່ນັບມື້ນັບເພີ່ມຂຶ້ນ.

        ຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ອີຕາລີ ໄດ້ຍົກອອກມາໃນສະພາບທີ່ ອີຢູ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກກ່ຽວກັບການຫຼຸດຜ່ອນການອາໄສຕໍ່ແຫຼ່ງພະລັງງານຈາກ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ