ອິນເດຍ ປະຕິເສດຄຳນິຍາມກ່ຽວກັບເສັ້ນ LAC ປີ 1959 ຂອງຈີນ

(VOVWORLD) -ອິນເດຍ ໄດ້ອອກສຽງປະຕິເສດຄຳນິຍາມກ່ຽວກັບ ເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC) ເຊິ່ງຈີນ ຍົກອອກມາແຕ່ປີ 1959 ແລະ ໄດ້ຢ້ຳຄືນໃໝ່ຫວ່າງມໍ່ໆມານີ້.

ອິນເດຍ ປະຕິເສດຄຳນິຍາມກ່ຽວກັບເສັ້ນ LAC ປີ 1959 ຂອງຈີນ - ảnh 1

ເຂດຊາຍແດນລະຫວ່າງອິເດຍ-ຈີນ

(ພາບ: Đa Chiều)

ວັນທີ 29 ກັນຍາ, ອິນເດຍ ໄດ້ອອກສຽງປະຕິເສດຄຳນິຍາມກ່ຽວກັບ ເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC) ເຊິ່ງຈີນ ຍົກອອກມາແຕ່ປີ 1959 ແລະ ໄດ້ຢ້ຳຄືນໃໝ່ຫວ່າງມໍ່ໆມານີ້. ຝ່າຍອິນເດຍ ຖືວ່າ, ທັດສະນະຂອງຈີນ ແມ່ນ “ບໍ່ມີພື້ນຖານ ແລະ ພຽງລຳພັງຜູ້ດຽວ”.

          ຕາມນັ້ນແລ້ວ, ທ່ານ Anurag Srivastava, ໂຄສົກກະຊວງການຕ່າງປະເທດອິນເດຍ ໃຫ້ຮູ້ວ່າ “ອິນເດຍ ບໍ່ຍອມຮັບອັນທີ່ເອີ້ນວ່າ ເສັ້ນທາງຄວບຄຸມພື້ນທີ່ຕົວຈິງ (LAC) ທີ່ໄດ້ຂີດຂັ້ນພຽງລຳພັງຝ່າຍດຽວປີ 1959. ທັດສະນະນີ້ແມ່ນສະເໝີຕົ້ນສະເໝີປາຍ ແລະ ໄດ້ຮັບການຮັບຮູ້ຈາກໂລກ, ໃນນັ້ນນັບທັງຈີນ”. ອິນເດຍ ເນັ້ນໜັກວ່າ, 2 ຝ່າຍລ້ວນແຕ່ຍົກອອກຄຳໝັ້ນສັນຍາເພື່ອບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບບັນຫາເສັ້ນ LAC. ປະຈຸບັນເລື່ອງ ຈີນ ຢັ້ງຢືນວ່າມີພຽງແຕ່ເສັ້ນ LAC ໜຶ່ງດຽວເທົ່ານັ້ນ ແມ່ນໄປຝືນກັບຄຳໝັ້ນສັນຍາທາງການ ເຊິ່ງປະເທດນີ້ໄດ້ຍົກອອກມາໃນບັນດາຂໍ້ຕົກລົງ 2 ຝ່າຍເຊິ່ງໄດ້ຮັບການລົງນາມແລ້ວ.

          ນີ້ໄດ້ຮັບຖືວ່າແມ່ນການກະທຳໂຕ້ຕອບຂອງອິນເດຍ ຕໍ່ໜ້າເລື່ອງ ຫວ່າງມໍ່ໆມານີ້ກະຊວງການຕ່າງປະເທດຂອງ ຈີນ ຖືວ່າເດັດຂາດປະເທດນີ້ຖືເອົາເສັ້ນຊາຍແດນປີ 1959 ແມ່ນພື້ນຖານໃຫ້ແກ່ເສັ້ນ LAC ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ