ອີຢູຮຽກຕົວເອກອັກຄະລັດຖະທູດຕວກກີຍ້ອນຄຳກ່າວປາໄສຂອງປະທານາທິບໍດີ Erdogan

ອີຢູຮຽກຕົວເອກອັກຄະລັດຖະທູດຕວກກີຍ້ອນຄຳກ່າວປາໄສຂອງປະທານາທິບໍດີ Erdogan - ảnh 1
​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 23/03, ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄດ້​ຮຽກ​ຕົວ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງຕວກ​ກີ ເພື່ອ​ອະ​ທິ​ບາຍ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ Recep Tayyip Erdogan ວ່າ, ປະ​ຊາ​ຊົນ​ເອີ​ລົບ ຈະ​ສາ​ມາດ​ເຄື່ອນ​ໄຫວ​ໄປ​ມາ​ຢ່າງ​ປອດ​ໄພ​ຢູ່​​ຕາມຖະ​ໜົນ​ສາຍ​ຕ່າງໆ​ໃນ​ທົ່​ວ​ໂລກ​ໄດ​້ ຖ້າ​ຫາກ​ເຂົາ​ເຈົ້າ​ສືບ​ຕໍ່​ຮັກ​ສາ​ທ່າ​ທີ​ຄື​ໃນ​ປະ​ຈ​ຸ​ບັນ​ສຳ​ລັບ ​ອານ​ກາ​ຣາ. ໂຄ​ສົກ​ອີ​ຢູ Maja Kocijancic ໃຫ້​ຮູ້​ວ່າ: “ພວກ​ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ໃຫ້​ຜູ້​ຕາງ​ໜ້າ​ປະ​ຈຳ​ການ (ໃນ​ຕົວ​ຈິງ) ຂອງ​ຕວກ​ກີ ທີ່ປະ​ຈຳ​​ຢູ່ອີ​ຢູ ມາ​ ຍ້ອນ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ມີ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ຄຳ​ຖະ​ແຫຼງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ​ທີ່ກ່ຽວ​ຂ້ອງ​ເຖິງ​ຄວາມ​ປອດ​ໄພ​ຂອງ​ປະ​ຊາ​ຊົນ​ເອີ​ລົບ ຢູ່​ຖະ​ໜົນ​ສາຍ​ຕ່າງໆ​ໃນ​ທົ່ວ​ໂລກ”.

        ການ​ກະ​ທຳ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ທີ່​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທູດ​ລະ​ຫວ່າງ​ຕວກ​ກີ ແລະ ບາງ​ປະ​ເທດ​ເອີ​ລົບ ຍັງ​ສືບ​ຕໍ່​​ປີນ​ຂັ້ນ​ໄດ, ​ຊ້ຳ​ບໍ່​ໜຳ​ບັນ​ດາ​ການ​​ຖົກ​ຖ​ຽງ​ກັນ​ອາດ​ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຕວກ​ກີ ແລະ ອີ​ຢູ ຖືກ​ລົມ​ລະ​ລ​າຍ ພາຍ​ຫຼັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Erdogan ຫາກໍ່​ຖະ​ແຫຼງ​ຈະ​ພິ​ຈາ​ລະ​ນາ​ຄືນ​ການ​ພົວ​ພັນ​ກັບ​ອີ​ຢູ, ພາຍ​ຫຼັງ​ການ​ລົງ​ປະ​ຊາ​ມະ​ຕິ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລັດ​ຖະ​ທຳ​ມະ​ນູ​ນ ໃນ​ເດືອນ 04 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ