ອີຣັກ: ການວາງລະເບີດສະຫຼະຊີບເຮັດໃຫ້ກວ່າ30ຄົນເສຍຊີວິດ
ການວາງລະເບີດສະຫຼະຊີບເຮັດໃຫ້ກວ່າ30ຄົນເສຍຊີວິດ
(ພາບ: THX/TTXVN)
(vovworld) – ຢ່າງໜ້ອຍສຸດມີ 31 ຄົນເສຍຊີວິດ, ໃນນັ້ນມີສາມັນຊົນ 24 ຄົນ ແລະ 57 ຄົນຮັບບາດເຈັບ ເມື່ອຜູ້ວາງລະເບີດສະຫຼະຊີບໄດ້ວາງລະເບີດລົດໂອໂຕຂົນສົ່ງດິນລະເບີດຢູ່ປ້ອມກວດກາຄວາມປອດໄພ al – Athar ຢູ່ທິດເໜືອນະຄອນ Hilla, ແຂວງ Babil, ທາງພາກກາງອີຣັກ, ທີ່ຫາງຈາກນະຄອນແບກແດດ ຂອງປະເທດນີ້ໄປທາງທິດໃຕ້ ປະທານ 95 ກ.ມ. ຕາມແຫຼ່ງຂ່າວປ້ອງກັນຄວາມສະຫງົບ, ເຫດບຸກໂຈມຕີຖືກເກີດຂຶ້ນໃນຕອນທ່ຽງວັນທີ 06/03. ຜູ້ວາງລະເບີດໄດ້ຂັບລົດໂອໂຕຂົນສົ່ງດິນລະເບີດ ຕຳໃສ່ກຸ່ມຄົນຢູ່ປ້ອມກວດກາດັ່ງກ່າວ, ອັນໄດ້ທຳລາຍປ້ອມປ້ອງກັນດັ່ງກ່າວ ເຮັດໃຫ້ລົດໂອໂຕ 20 ຄັນຖືກເປເພ. ຈຳນວນຜູ້ເສຍຊີວິດອາດຈະສືບຕໍ່ເພີ່ມຂຶ້ນ.
ແລະກໍໃນວັນດຽວກັນ, ອົງການລັດອິດສະລາມ (IS) ອ້າງຊື່ເອງ ຍ້ອມຮັບໄດ້ດຳເນີນເຫດວາງລະເບີດດັ່ງກ່າວໃນເວັບໄຊຂອງສຳນັກຂ່າວສານ Amaq ເຊິ່ງເຄີຍສະໜັບສະໜູນ IS.