ອູ​ຣູກວາຍ ຊຸກ​ຍູ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ລະ​ຫວ່າງ MERCOSUR ແລະ ອາ​ຊຽນ

(VOVWORLD) -      ອູຣູກວາຍ ພວມວາງເປົ້າໝາຍຊຸກຍູ້ຂໍ້ຕົກລົງດ້ານການຄ້າລະຫວ່າງກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ກັບ ອາຊຽນ.

  ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 18 ກໍລະກົດ, ທ່ານ Mario Lubetkin ລັດຖະມົນຕີການຕ່າງປະເທດ ອູຣູກວາຍ, ໃຫ້ຮູ້ວ່າ ພາຍຫຼັງທີ່ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ (TAC) ກັບ ອາຊຽນ ໃນຕົ້ນເດືອນນີ້ ຢູ່ ມາເລເຊຍ, ອູຣູກວາຍ ຈະຊຸກຍູ້ຂໍ້ຕົກລົງການຄ້າລະຫວ່າງ MERCOSUR ແລະ ASEAN. ທ່ານ ລັດຖະມົນຕີການຕ່າງປະເທດ Lubetkin ກ່າວວ່າ ໂດຍເປັນສະມາຊິກຂອງ MERCOSUR, ອູຣູກວາຍ ມີຄວາມປາດຖະໜາຢາກ “ສືບຕໍ່ກ້າວໄປໄກກວ່າເທົ່າທີ່ຈະໄປໄດ້”. ພ້ອມທັງເນັ້ນໜັກວ່າ: ດ້ວຍຂໍ້ຕົກລົງດ້ານການຄ້າລະຫວ່າງ MERCOSUR – ASEAN, ບັນດາປະເທດ ອາເມລິກາ ໃຕ້ ຈະສືບຕໍ່ສຳຜັດກັບຕະຫຼາດ ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ປະມານ 3,8 ພັນຕື້ USD, ຜູ້ບໍລິໂພກກວ່າ 675 ລ້ານຄົນ, ກວມເອົາ 9% ການຄ້າທົ່ວໂລກ ແລະ ກວ່າ 17% ການລົງທຶນໂດຍກົງຕ່າງປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ