ອີຣານ ແລະ ກຸ່ມ P5+1 ເລີ່ມດຳເນີນການເຈລະຈາເພື່ອຊອກຫາມາດຕະການແກ້ໄຂແກ່ບັນຫານິວເຄຼຍຢ່າງຮອບດ້ານ

ອີຣານ ແລະ ກຸ່ມ P5+1 ເລີ່ມດຳເນີນການເຈລະຈາເພື່ອຊອກຫາມາດຕະການແກ້ໄຂແກ່ບັນຫານິວເຄຼຍຢ່າງຮອບດ້ານ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 18/02, ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ​ແມ່ນ: ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງກິດ, ຝຣັ່ງ ​ແລະ ​ເຢຍລະ​ມັນ) ​ເລີ່​ມ​ດຳ​ເນີນ​ຮອບ​ເຈລະຈາ​ຄັ້ງ​ຕໍ່​ໄປ​ຢູ່ວຽນ ປະ​ເທດ​ອົດຕາ​ລິດ ​ເພື່ອ​ແນ​ໃສ່​ຊອກ​ຫາ​ຂໍ້​ຕົກລົງ​ຍາວ​ນານ ​ແລະ ຮອບດ້ານ​ໃຫ້​​ແກ່ໂຄງການ​ນິວ​ເຄຼຍ ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອີຣານ. ນີ້​ແມ່ນ​ຮອບ​ເຈລະຈາ​ຄັ້ງ​ທຳ​ອິດ​ລະຫວ່າງ​ບັນດາ​ຝ່າຍ ນັບ​ແຕ່​ເມື່ອ​ບັນ​ລຸ​ໄດ້​ຂໍ້​ຕົກລົງ​ເບື້ອ​ງຕົ້ນ​​ເມື່ອເດືອນ 11/2013 ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ. ຮອບ​ເຈລະຈາ​​ເລີ່​ມດຳ​ເນີນ​ດ້ວຍ​ກອງ​ປະຊຸມຄົບ​ຄະນະ ​ແລະ ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ຕັ້ງໜ້າ. ​ແຕ່​ວ່າ, ຕາມ​ທ່ານ Michael Mann, ​ໂຄສົກ​ຂອງ​ ​ເຈົ້າ​ໜ້າ​ທີ່ຮັບຜິດຊອບນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ), ທ່ານ​ນາງ Catherine Ashton ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ບາດກ້າວ​ທຳ​ອິດ​ເພື່ອ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຊອກ​ຫາ​ມາດ​ຕະການ​ໜຶ່ງ​ທີ​ຮອບດ້​ານ​ໃຫ້​ແກ່​ໂຄງ​ການ​ນິວ​ເຄຼຍຂອງ​ອີຣານ. ສ່ວນ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Abbas Araqchi ຢືນຢັນ​ວ່າ ​ເຕ​ເຣຣານ ພ້ອມ​ແລ້ວ​ທີ່​ຈະ​ຮຽບຮຽງ​ສັນຍາ​ໜຶ່ງ​ເພື່ອ​ຍຸບ​ເລີກຄວາມ​ວິຕົກ​ກັງວົນ​ທັງ​ໝົດຂອງ​ປະຊາ​ຄົມ​​ໂລກ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ຕົນ.

ຂ່າວ/ບົດ​ອື່ນ