ອີ​ຣານ ແລະ ອາ​ເມ​ລິ​ກາ ສິ້​ນ​ສຸດ​ຮອບ​ເຈ​ລະ​ຈາ​ທາງ​ອ້ອມ​ຄັ້ງ​ທີ 3 ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ

(VOVWORLD) - ຮອບເຈລະຈາຂັ້ນສູງຄັ້ງທີ 3 ລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ສິ້ນສຸດລົງຢູ່ Muscat, Oman  ພາຍຫຼັງປຶກສາຫາລືເປັນເວລາກວ່າ 7 ຊົ່ວໂມງ.
ອີ​ຣານ ແລະ ອາ​ເມ​ລິ​ກາ ສິ້​ນ​ສຸດ​ຮອບ​ເຈ​ລະ​ຈາ​ທາງ​ອ້ອມ​ຄັ້ງ​ທີ 3 ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ - ảnh 1ຮາກຖານ ນິວເຄຼຍ ອີຣານ (ພາບ: IRNA/TTXVN)

ວັນທີ 26 ເມສາ, ສະຖານີໂທລະພາບແຫ່ງລັດ ອີຣານ ໃຫ້ຮູ້ວ່າ, ຮອບເຈລະຈາຂັ້ນສູງຄັ້ງທີ 3 ລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ສິ້ນສຸດລົງຢູ່ Muscat, Oman  ພາຍຫຼັງປຶກສາຫາລືເປັນເວລາກວ່າ 7 ຊົ່ວໂມງ. ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງລັດ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Abbbas Araqchi  ໄດ້ສະແດງຄວາມພໍໃຈຕໍ່ວິວັດທະນາການ ແລະ ຄວາມຄືບໜ້າເຈລະຈານິວເຄຼຍ ກັບ ອາເມລິກາ, ພ້ອມທັງໃຫ້ຮູ້ວ່າ ທັງສອງຝ່າຍລ້ວນແຕ່ສະແດງ “ຄວາມຈິງຈັງ ແລະ ຕັດສິນໃຈ”. ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອີຣານ Esmaeil Baqaei  ໃຫ້ຮູ້ວ່າ ເຖິງວ່າການເຈລະຈາຄັ້ງນີ້ໄດ້ດຳເນີນຢ່າງຈິງຈັງກວ່າເມື່ອທຽບໃສ່ຄັ້ງກ່ອນໆກໍຕາມ, ແຕ່ສອງຝ່າຍຍັງຄົງມີຄວາມບໍ່ລົງລອຍກັນຫຼາຍຢ່າງ, ໃນນັ້ນ ມີບັນຫາຄວາມສາມາດປ້ອງກັນ ແລະ ລູກສອນໄຟຂອງ ອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ