ອີຣານ ໃຫ້ຄຳໝັ້ນສັນຍາວ່າ ຈະໜູນຊ່ວຍ ຊີຣີ ສ້າງຕັ້ງປະເທດຄືນໃໝ່

(VOVWORLD) - ວັນທີ 26 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຊີຣີ Abdulllah Ayoub ໄດ້ພົບປະກັບຄູ່ຕຳແໜ່ງ ອີຣານ Amir Hatami ທີ່ພວມຢ້ຽມຢາມປະເທດນີ້,

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ, ກໍ່ຄືບັນຫາສ້າງຕັ້ງ ຊີຣີ ທີ່ຖືກທຳລາຍຢ່າງໜັກໜ່ວງຈາກສົງຄາມພາຍໃນ ແລະ ການກໍ່ການຮ້າຍທີ່ແກ່ຍາວເປັນເວລາກວ່າ 7 ປີຜ່ານມາ ຄືນໃໝ່. ສຳນັກຂ່າວສານ IRIB ຂອງ ອີຣານ ຄັດເໜີຄຳເຫັນຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອີຣານ Amir Hatami ຢັ້ງຢືນວ່າ ຊີຣີ ພວມຢູ່ໃນໄລຍະການສ້າງຕັ້ງປະເທດຄືນໃໝ່ ສຳຄັນທີ່ສຸດ ຫຼັງຈາກທີ່ຂ້າມຜ່ານໄລຍະວິກິດ.  ທ່ານ Hatami ໃຫ້ຄຳໝັ້ນສັນຍາວ່າ ອີຣານ ຍາມໃດກໍ່ຈະ “ມີໜ້າ, ເຂົ້າຮ່ວມ ແລະ ໜູນຊ່ວຍ” ການສ້າງຕັ້ງ ຊີຣີ ຄືນໃໝ່, ພ້ອມດຽວກັນນັ້ນ ຢັ້ງຢືນວ່າ “ບໍ່ມີຝ່າຍທີສາມໃດ” ສາມາດສົ່ງຜົນກະທົບເຖິງບັນຫານີ້ໄດ້.

ທ່ານ Hatami ພ້ອມດ້ວຍຄະນະຜູ້ແທນທະຫານ ອີຣານ ເດີນທາງໄປ ຊີຣີ ວັນທີ 26 ສິງຫາ ເລີ່ມຕົ້ນການຢ້ຽມຢາມປະເທດນີ້ເປັນເວລາສອງວັນ. ຄາດວ່າ ທ່ານ Hatami ກໍ່ຈະມີການພົບປະກັບທ່ານປະທານາທິບໍດີ Asad ໃນການຢ້ຽມຢາມຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ