ອີ​ຣານ​ສ້າງ​ສະ​ພາ​ປ້ອງ​ກັນແຫ່ງ​ຊາດ​ໃໝ່

(VOVWORLD) - ວັນທີ 3 ສິງຫາ, ສື່ມວນຊົນລັດແຫ່ງອີຣານ ໄດ້ລົງຂ່າວວ່າ ສະພາຄວາມໝັ້ນຄົງແຫ່ງຊາດສູງສຸດຂອງປະເທດນີ້ໄດ້ໃຫ້ສັດຕະຍາບັນການສ້າງສະພາປ້ອງກັນແຫ່ງຊາດໃໝ່. 
ອີ​ຣານ​ສ້າງ​ສະ​ພາ​ປ້ອງ​ກັນແຫ່ງ​ຊາດ​ໃໝ່ - ảnh 1ພາບປະກອບ: THX/TTXVN

ການກະທຳດັ່ງກ່າວໄດ້ດຳເນີນກ່ວາໜຶ່ງເດືອນພາຍຫຼັງຄຳສັ່ງຢຸດຍິງ ສິ້ນສຸດການປະທະກັນທີ່ແກ່ຍາວເປັນເວລາ 12 ວັນລະຫວ່າງປະເທດນີ້ ກັບ ອິດສະລາແອັນ. ຊ່ອງໂທລະພາບແຫ່ງຊາດ ອີຣານ ໃຫ້ຮູ້ວ່າສະພາປ້ອງກັນແຫ່ງຊາດ ໃໝ່ໂດຍຈະແມ່ນທ່ານປະທານາທິບໍດີ ນຳໜ້າ ແລະ ລວມມີບັນດາຜູ້ບັນຊາການທະຫານຂັ້ນສູງ ພ້ອມກັບເຈົ້າໜ້າທີ່ ແລະ ລັດຖະມົນຕີຄົນຫຼັກແຫຼ່ງຫຼາຍທ່ານ. ໜ້າທີ່ຂອງສະພາແມ່ນ ພິຈາລະນາບັນດາຍຸດທະສາດປ້ອງກັນປະເທດ ແລະ “ເພີ່ມທະວີກຳລັງຄວາມສາມາດຂອງບັນດາກຳລັງປະກອບອາວຸດ ອີຣານ”.

ຕອບກັບ

ຂ່າວ/ບົດ​ອື່ນ