ອວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ລາວ

(VOVWORLD) -ທ່ານ ເຈິ່ນລຶວກວາງ, ຮອງເລຂາຜູ້ປະຈຳ ຄະນະພັກນະຄອນໂຮ່ຈີມິນ  ໄດ້ໄປອວຍພອນພະນັກງານ ພາລະກອນສະຖານກົງສູນໃຫ່ຍລາວ ປະຈຳນະຄອນໂຮ່ຈີມິນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ
ອວຍ​ພອນ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ຂອງ​ລາວ - ảnh 1ທ່ານ ເຈິ່ນລຶວກວາງ (ຊ້າຍ) ແລະ ທ່ານນາງ ພິມພາ ແກ້ວມີໄຊ

    ວັນທີ 12 ເມສາ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ເຈິ່ນລຶວກວາງ, ຮອງເລຂາຜູ້ປະຈຳ ຄະນະພັກນະຄອນໂຮ່ຈີມິນ ນຳໜ້າ ໄດ້ໄປອວຍພອນພະນັກງານ ພາລະກອນສະຖານກົງສູນໃຫ່ຍລາວ ປະຈຳນະຄອນໂຮ່ຈີມິນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຂອງລາວ. ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີບາສີສູ່ຂວັນປະຈຳຊາດລາວ.

ນະທີ່ນີ້, ທ່ານ ເຈິ່ນລຶວກວາງ ປາດຖະໜາວ່າ, ທ່ານນາງຫົວໜ້າກົງສູນ ພິມພາ ແກ້ວມີໄຊ ພ້ອມກັບ ພະນັກງານ ພາລະກອນສະຖານກົງສູນໃຫ່ຍລາວ ປະຈຳນະຄອນໂຮ່ຈີມິນ ຈະປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ພ້ອມກັບນະຄອນໂຮ່ຈີມິນ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ນ້ຳໃຈສາມັກຄີແບບພິເສດລະຫວ່າງສອງປະເທດ.

ສ່ວນທ່ານນາງ ພິມພາ ແກ້ວມີໄຊ ກໍ່ປາດຖະໜາ ຢາກໃຫ້ຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ ຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືມິດຕະພາບ, ປັບປຸງ, ພັດທະນາສາຍພົວພັນທີ່ເປັນມູນເຊື້ອອັນດີງາມ, ພ້ອມກັນປະກອບສ່ວນສ້າງສາ ແລະ ພັດທະນາສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ