ອະດີດ​ນັກສຶກ​ສາ ຫວຽດ​ນາມ ​ທີ່​​ ອົດ​ສະ​ຕາ​ລີ ຍ່າງ​​ເພື່ອ​ສ້າງມູນ​ນິ​ທິ​​​ໃຫ້​ແກ່ເດັກ​ທຸກ​ຍາກ

(VOVWORLD) -ສະມາຊິກ 28 ຄົນ  ຈາກ 13 ຄອບຄົວເຊິ່ງແມ່ນອະດີດນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ນະຄອນ Sydney, ອົດສະຕາລີ, ໄດ້ສິ້ນສຸດການຍ່າງໄລຍະທາງ 21.5 km ເພື່ອສ້າງມູນນິທິໃຫ້ເດັກນ້ອຍທຸກຍາກຢູ່ ຫວຽດນາມ
ອະດີດ​ນັກສຶກ​ສາ ຫວຽດ​ນາມ ​ທີ່​​ ອົດ​ສະ​ຕາ​ລີ ຍ່າງ​​ເພື່ອ​ສ້າງມູນ​ນິ​ທິ​​​ໃຫ້​ແກ່ເດັກ​ທຸກ​ຍາກ - ảnh 1ອະດີດນັກສຶກສາ ຫວຽດນາມ ທີ່ ອົດສະຕາລີ ຍ່າງເພື່ອສ້າງມູນນິທິໃຫ້ແກ່ເດັກທຸກຍາກ (ພາບ:TTXVN)

ໃນວັນທີ 13 ກັນຍາ, ສະມາຊິກ 28 ຄົນ  ຈາກ 13 ຄອບຄົວເຊິ່ງແມ່ນອະດີດນັກສຶກສາ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ນະຄອນ Sydney, ອົດສະຕາລີ, ໄດ້ສິ້ນສຸດການຍ່າງໄລຍະທາງ 21.5 km ເພື່ອສ້າງມູນນິທິໃຫ້ເດັກນ້ອຍທຸກຍາກຢູ່ ຫວຽດນາມ, ດ້ວຍຈຳນວນເງິນທັງໝົດທີ່ເກັບມາໄດ້ ແມ່ນເກືອບ 18.000 AUD (ກ່ວາ 300 ລ້ານ VND). ຈຳນວນເງິນດັ່ງກ່າວຈະໄດ້ໂອນເຂົ້າບັນຊີຂອງອົງການເດັກນ້ອຍມັງກອນຂຽວ.

ການເຄື່ອນໄຫວທີ່ມີຄວາມໝາຍນີ້ ຖືກຈັດຂຶ້ນເພື່ອຕອບສະໜອງຄຳຮຽກຮ້ອງຍ່າງເພື່ອສ້າງມູນນິທິໃນປີ 2020 ຂອງ ອົງການເດັກນ້ອຍມັງກອນຂຽວ, ເຊິ່ງແມ່ນອົງການກຸສົນສະຫງວນໃຫ້ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ