ອະນຸມັດຜ່ານນະໂຍບາຍໜູນຊ່ວຍຄອບຄົວຊາວຊົນເຜົ່າສ່ວນໜ້ອຍທີ່ທຸກຍາກ

ອະນຸມັດຜ່ານນະໂຍບາຍໜູນຊ່ວຍຄອບຄົວຊາວຊົນເຜົ່າສ່ວນໜ້ອຍທີ່ທຸກຍາກ - ảnh 1
(ພາບປະກອບ)

(vovworld) -  ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ຫາ​ກໍ​ເຊັ່ນ​ອະນຸມັດ​ຜ່ານ​ນະ​ໂຍບາຍ​ໜູນ​ຊ່ວຍ​ທີ່ດິນປຸກ​ສ້າງ​ເຮືອນຢູ່, ທີ່ດິນ​ທຳ​ການຜະລິດ, ນ້ຳ​ສະອາດ​ໃຫ້​ແກ່ຄອບຄົວ​ຊາວ​ຊ​ົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ທຸກ​ຍາກ ​ແລະ ຄອບຄົວ​ທຸກ​ຍາກ​ຢູ່​ບ້ານ, ຕາ​ແສງທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໄລຍະ 2013 – 2015. ຄາດໝາຍສູ້​ຊົນຮ​ອດທ້າຍ​ປີ 2015 ​ແກ້​ໄຂ​ໃຫ້​ຄອບຄົວ​​ຂາດທີ່ດິນປຸກ​ສ້າງ​ເຮືອນຢູ່, ທີ່ດິນທຳ​ການ​ຜະລິດ​ໄດ້ 70%; ​ແກ້​ໄຂ​ສະພາບ​ຂາດ​ນ້ຳ​ສະອາດໃຫ້​ແກ່​ຄອບຄົວ​ຊາວ​ຊົນ​ເຜົ່າສ່ວນ​ໜ້ອຍ ​ແລະ ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ຕາ​ແສງ, ບ້ານທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໂດຍ​ພື້ນຖານ. ຫຼັກການ​ປະ​ຕິ​ບັດ​ແມ່ນ; ໜູນ​ຊ່ວຍຄອບຄົວ​​ຊົນ​ເຜົ່າ​ສ່ວນ​ໜ້ອຍທຸກ​ຍາກ​ຢູ່ບ້ານ, ​ຕາ​ແສງທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໂດຍ​ກົງ; ຮັບ​ປະກັນ​ລັກສະນະ​ກະຈາ​ງ​ແຈ້ງ, ຖືກ​ກັບ​ເປົ້າ​ໝາຍ. ບັນດາ​ຄອບຄົວ​​ໄດ້​ຮັບ​ການ​ໜູນ​ສ່ວນທີ່​ດິນປຸກ​ສ້າງ​ເຮືອນ​ຢູ່, ທີ່ດິນ​ທຳ​ການຜະລິດ, ນ້ຳ​ປະປາ ຕ້ອງ​ນຳ​ໃຊ້​ໃຫ້​ຖືກ​ຈຸດໝາຍ ​ເພື່ອ​ພັດທະນາ​ການ​ຜະລິດ, ປັບປຸງຊີ​ວິດ​ການ​ເປັນ​ຢູ່ ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸ​ກຜ່ອນ​ຄວາມທຸກ​ຍາກ, ບໍ່​ໃຫ້​ມອບ​​ໂອນ, ​ໃຫ້​ເຊົ່າ, ​ໃນ​ໄລຍະ 10 ປີ, ນັບ​ແຕ່​ເມື່ອ​ລັດ​ມອບ​ທີ່ດິນ.

ຂ່າວ/ບົດ​ອື່ນ