ອາຊຽນ - EU ຮ່ວມມືປົດປ້ອງສິດຂອງ ແມ່ຍິງ ແລະ ເດັກນ້ອຍ

ອາຊຽນ - EU ຮ່ວມມືປົດປ້ອງສິດຂອງ ແມ່ຍິງ ແລະ ເດັກນ້ອຍ - ảnh 1
(ພາບປະກອບ)
(vovworld) - ຄະນະຜູ້​ແທນຄະນະກຳມະການ​ອາ​ຊຽນ ກ່ຽວ​ກັບ​ການ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ (ACWC) ຫາ​ກໍ​ມີ​ການ​ຢ້ຽມຢາມ​ສະຫະ​ພາບ​ເອີ​ລົບ (EU) ​ໃນ​ລະຫວ່າງ​ວັນ​ທີ 18 – 22/02. ຢູ່​ແບນ​ຊິກ, ຄະນະ​​ໄດ້​ມີການ​ພົບ​ປະ​ຕ່າງໆກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຄະນະ​ກຳມະການ​​ເອີ​ລົບ (EC) ຫຼາຍ​ທ່ານ ​ທີ່​ຮັບຜິດຊອບ​ບັນດາ​ບັນຫາ​ກ່ຽວ​ກັບ​ການພັ​ດທະ​ນາ​ມະນຸດ, ປະຊາທິປະ​ໄຕ ​ແລະ ສິດ​ຂອງ​ມະນຸດ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່່າຍຕ່າງ​ມີ​ຄວາມ​ສົນ​ໃຈ, ​ໂດ​ຍສະ​ເພາະ​ແມ່ນ​ແບ່ງປັນ​ບັນດາ​ນະ​ໂຍບາຍ ​ແລະ ບົດຮຽນ​ໃນ​ເລື່ອງ​ຊຸກຍູ້ ​ແລະ ປົກ​ປ້ອງສິດຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ; ຊອກ​ຫາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດທີ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ; ຮັບຝັງ​ການ​​ແນະນຳ​ກ່ຽວ​ກັບ​ການຈັດ​ຕັ້ງ, ກົນ​ໄກ, ​ເຄື່ອງ​ມື້ ​ແລະ ​ບຸລິມະສິດ​ນະ​ໂຍບາຍ​ຂອງ EU ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ແມ່ຍິງ ​ແລະ ​ເດັກນ້ອຍ. ນອກຈາກ​ນັ້ນ, ຄະນະ​ຍັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂອງ​ຄະນະ​ກຳມະການ​ກ່ຽວ​ກັບສິດຂອງ​ແມ່​ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ - ຊາຍ, ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ເສດຖະກິດ - ສັງຄົມ​ຂອງ​ລັດຖະສະພາ​ເອີ​ລົບ, ຢ້ຽມຢາມ ​ແລະ ​​ແລກປ່ຽນ​ຂໍ້​ມູນ​ຂ່າວ​ກັບ​ບາງ​ອົງການ, ອົງການ​ຈັດ​ຈັ້ງທີ່​ກ່ຽວ​ຂ້ອງ​ເຖິງ​ແມ່ຍິງ ​ແລະ ​ເດັກນ້ອຍ​ຂອງ​ແບນ​ຊິກ.
ຂ່າວ/ບົດ​ອື່ນ