ອາຊຽນ, ຈີນເລີ່ມເຈລະຈາກ່ຽວກັບ COC

ອາຊຽນ, ຈີນເລີ່ມເຈລະຈາກ່ຽວກັບ COC  - ảnh 1
ວາລະປະຊຸມພິເສດລະຫວ່າງບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະ ຈີນ ຢູ່ປັກກິງ (ພາບ : TTXVN)

(Vovworld)- ວັນທີ 14/9, ຢູ່ຊູເຈົາ ແຂວງ ຈຽງຊູ ປະເທດຈີນ, ບັນດາເຈົ້າໜ້າທີ່ ບັນດາປະເທດອາຊຽນ ແລະ ຈີນ ໄດ້ເລີ່ມດຳເນີນການເຈລະຈາເປັນເວລາ 2 ວັນ ແນໃສ່ກ້າວໄປເຖິງການສ້າງປະມວນລະບຽບການ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ​ເພື່ອ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງຢູ່ ທະເລ ຕາເວັນອອກ. ທີ່​ການ​ເຈລະຈາ, ບັນດາ​ນັກວິຊາການ​ຂອງ​ທັງ 2 ຝ່າຍ​ປຶກສາ​ຫາລື​ລະ​ອຽດກ່ຽວ​ກັບປະມວນລະບຽບການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນ ອອກ (COC)​ໃນ​ມື້​ທຳ​ອິດ, ຫຼັງ​ຈາກ​ນັ້ນ​ຈະ​ສົ່ງ​ຂໍ້​ສະຫຼຸບ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ເຖິງ ບັນດາເຈົ້າໜ້າທີ່ຂັ້ນ​ສູງ​ເພື່ອ​ພິຈາລະນາ, ອະນຸມັດ​ຜ່ານ​ໃນ​ມື້​ທີ 2 . ຕາມ ບັນດາເຈົ້າໜ້າທີ່​ອາ​ຊຽນ​ແລ້ວ, ທີ່​ການ​ພົບ​ປະ​ຄັ້ງ​ນີ້, 2 ຝ່າຍ​ຍັງ​ເລັ່ງ​ໃສ່​ປຶກສາ​ຫາລື​ການ​ປະຕິບັດ​ຖະ​ແຫຼ​ງການ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລ ຕາເວັນອອກ (DOC) ທີ່ 2 ຝ່າຍ​ໄດ້​ຮັບຮອງ​ເອົາ​ເມືອ່ປີ 2002. ຕາມ​ແຜນການ​ແລ້ວ, ໝາກຜົນ​ຂອງ​ບັນດາ​ການ​ເຈລະຈາ​ຄັ້ງ​ນີ້ ຈະ​ຖືກ​ຮວບ​ຮ່ວມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ສະບັບ​ໜຶ່ງ​ຊຶ່ງ​ຄາດ​ວ່າ ບັນດາ​ການ​ນຳ​ຈີນ ​ແລະ ອາ​ຊຽນ ປະກາດ​ພາຍຫຼັງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ-ຈີນ​ຢູ່ ບຣູ​ໄນ ​ໃນ​ເດືອນ​ໜ້າ . 

ຂ່າວ/ບົດ​ອື່ນ