ອາບການີສະຖານຈະປຶກສາຫາລື ກ່ຽວກັບສິດຍົກເວັ້ນຟ້ອງສານ ສຳລັບທະຫານອາເມລິກາ

ອາບການີສະຖານຈະປຶກສາຫາລື ກ່ຽວກັບສິດຍົກເວັ້ນຟ້ອງສານ ສຳລັບທະຫານອາເມລິກາ - ảnh 1

(ພາບປະກອບ:salon.com)

(vovworld): ວັນ​ທີ 14/1,  ປະທານາທິບໍດີ​ອາບການ​ນີສະຖານ Hamid Karzai ​ໃຫ້​ຮູ້​ວ່າ: ບັນຫາສິດ​ຍົກ​ເວັ້ນຟ້ອງ​ສານ​ສຳລັບ​ທະຫານ​ອາ​ເມ​ລິ​ກາ ຢູ່​ອາບ​ກາ​ນີສະຖານ ຫຼັງ​ປີ 2014 ຈະ​ຖືກ​ຕັດສິນ​ພາຍຫຼັງ​ໄລຍະ​​ເວລາປະມານ​ແຕ່​ 8-9 ເດືອນຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫຼວງ Kabul ພາຍຫຼັງ​ການ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ, ທ່ານ Hamid Karzai ຊີ້​ແຈງ​ວ່າ: “ບັນຫາ​ສິດ​ຍົກ​ເວັ້ນພວມ​ໄດ້​ຮັບ​ການ​ປຶກສາ​ຫາລື ​ແລະ ການ​ປຶກສາ​ຫາລື​ຕ້ອງການ​ເວລາ​ແຕ່ 8-9 ​ເດືອນກ່ອນ​ທີ່​ຈະ​ບັນລຸ​​ຂໍ້​ຕົກລົງ​ໄດ້“.

   ກ່ອນ​ໜ້ານັ້ນ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ປະກາດ​ວ່າ​ບໍ່​ມີ​ທະຫານ​ອາ​ເມ​ລິ​ກາ ຄົນ​ໃດ​ຈະ​ຢູ່​ປະ​ເທດ​ອາບ​ກາ​ນີສະຖານ ພາຍ​ຫລັງ​ທີ່​ກຳລັງ​ທະຫານ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ອົງການ​ນາ​ໂຕ ຖອນ​ອອກ​ຈາກ​ປະ​ເທດ​ນີ້​ໃນ​ປີ 2014 ​ເວັ້ນ​ເສຍ​ແຕ່​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ສິດ​ພິ​ເສດ​ຍົກ​ເວັ້ນຟ້ອງ​ສານ​ຢູ່​ອາບ​ການ​ນີສະຖານ.

 

ຂ່າວ/ບົດ​ອື່ນ