ອາລົມຈິດຂອງປະຊາຊົນທີ່ມີຕໍ່ອະດີດປະທານປະເທດ, ພົນເອກ ເລດຶກແອັງ

(VOVWORLD) -  ໃນຕະຫລອດວິວັດການເຄື່ອນໄຫວປະຕິວັດ, ອະດີດປະທານປະເທດ, ພົນເອກ ເລດຶກແອັງ ໄດ້ສ້າງຂີດໝາຍຫລາຍຢ່າງໃນປະຫວັດສາດການປະຕິວັດຂອງປະເທດຊາດ, ພິເສດແມ່ນໄດ້ປະກອບສ່ວນຫລາຍຢ່າງເຂົ້າໃນປະຫວັດສາດການສ້າງກອງທັບຂອງປະເທດ ໃນຕະຫລອດໄລຍະຮັບໃຊ້ກອງທັບດ້ວຍຖານະເປັນທະຫານ, ເປັນນາຍພົນ. 

       ການຈາກໄປໂດຍບໍ່ມີວັນຫວນກັບຄືນມາຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ໄດ້ສ້າງຄວາມໂສກເສົ້າເສຍດາຍໃຫ້ແກ່ພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ລຸ້ນຕ່າງໆ, ເປັນຕົ້ນແມ່ນບັນດາຜູ້ທີ່ເຄີຍເຮັດວຽກພາຍໃຕ້ການຊີ້ນຳຂອງພົນເອກ ເລດຶກແອັງ. ທ່ານ ເຈືອງແທັງເຊີນ, ອະດີດພະນັກງານກອງບັນຊາການທະຫານແຂວງ ລ້າງເຊີນ ໃຫ້ຮູ້ວ່າ:

        ໃນຕະຫລອດຊີວິດຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ໄດ້ອຸທິດໃຫ້ແກ່ການປະຕິວັດ. ເຖິງວ່າຈຳດຳລົງຕຳແໜ່ງໃດກໍ່ຕາມ, ພົນເອກ ເລດຶກແອັງ ກໍ່ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ. ຍາມໃດທ່ານກໍ່ມີຄຸນທາດດ້ານການເມືອງໜັກແໜ້ນ, ມີວິຖີຊີວິດທີ່ລຽບງ່າຍ ແລະ ແມ່ນໜຶ່ງໃນບັນດາພະນັກງານທີ່ມີຄວາມດຸໝັນຂະຫຍັນພຽນ ເສີມຂະຫຍາຍຄວາມຮັບຜິດຊອບຈົນສຸດຄວາມສາມາດຂອງຕົນໂດຍພັກ ແລະ ລັດມອບໝາຍໃຫ້.

ອາລົມຈິດຂອງປະຊາຊົນທີ່ມີຕໍ່ອະດີດປະທານປະເທດ, ພົນເອກ ເລດຶກແອັງ - ảnh 1

        ໃນຕະຫລອດວິວັດການເຄື່ອນໄຫວປະຕິວັດ, ອະດີດປະທານປະເທດ, ພົນເອກ ເລດຶກແອັງ ໄດ້ສ້າງຂີດໝາຍຫລາຍຢ່າງໃນປະຫວັດສາດການປະຕິວັດຂອງປະເທດຊາດ, ພິເສດແມ່ນໄດ້ປະກອບສ່ວນຫລາຍຢ່າງເຂົ້າໃນປະຫວັດສາດການສ້າງກອງທັບຂອງປະເທດ ໃນຕະຫລອດໄລຍະຮັບໃຊ້ກອງທັບດ້ວຍຖານະເປັນທະຫານ, ເປັນນາຍພົນ. ພັນຕີ ເຢືອງແທັງຟອງ, ຫົວໜ້າການເມືອງກອງພັນ 1, ກອງພົນນ້ອຍ 926, ທະຫານເຂດ 9 ແບ່ງປັນວ່າ:

        ອະດີດປະທານປະເທດ, ພົນເອກ ເລດຶກແອັງ ເປັນການນຳດີເລີດ, ເປັນນາຍພົນທີ່ເກັ່ງກ້າ. ພົນເອກ ເລດຶກແອັງ ໄດ້ປະຕິບັດງານ, ເຂົ້າຮ່ວມການຕໍ່ສູ້ຢູ່ບັ້ນຮົບມາຫລາຍຄັ້ງແລ້ວ, ເປັນການນຳທີ່ສ້າງຄວາມປະທັບໃຈຫລາຍຢ່າງ, ບໍ່ພຽງແຕ່ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການປົດປ່ອຍປະເທດຊາດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນຫລາຍຢ່າງເຂົ້າໃນການພັດທະນາປະເທດຊາດອີກດ້ວຍ. ທ່ານເຖິງແກ່ມໍລະນະກຳແມ່ນການສູນເສຍອັນໃຫຍ່ຫລວງສຳລັບພັກ, ລັດ, ປະຊາຊົນ ແລະ ກອງທັບ. ພິເສດແມ່ນສຳລັບກຳລັງປະກອບອາວຸດທະຫານເຂດ 9, ທ່ານໄດ້ປະກອບສ່ວນຫລາຍຢ່າງເຂົ້າໃນການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປະກອບອາວຸດທະຫານເຂດ 9 ເວົ້າສະເພາະ ແລະ ກອງທັບປະຊາຊົນ ຫວຽດນາມ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ